• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນານາຍທະຫານໜຸ່ມປ້ອງກັນຊາຍແດນ ຫວຽດນາມ - ລາວ

ບັນດາຜູ້ແທນໄດ້ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງ 2 ປະເທດ ຫວຽດນາມ ແລະ ລາວ ໃນການຕໍ່ຕ້ານຄັ້ງຕ່າງໆ ເພື່ອປົກປັກຮັກສາປະເທດຊາດ.
(ທີ່ການໂອ້ລົມສົນທະນາ)

ວັນທີ 23 ມີນາ, ຢູ່ແຂວງ ຫົວພັນ, ທາງພາກເໜືອຂອງ ລາວ, ໄດ້ຈັດລາຍການໂອ້ລົມສົນທະນານາຍທະຫານໜຸ່ມຊາຍແດນຂອງ 3 ແຂວງ ເຊີນລາ - ແທັງຮວາ - ຫົວພັນ ໂດຍມີການເຂົ້າຮ່ວມຂອງການນຳກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນຊາດ ລາວ ພ້ອມກັບນາຍທະຫານໜຸ່ມ 50 ຄົນສັງກັດກຳລັງປ້ອງກັນຊາຍແດນ ຫວຽດນາມ ແລະ ລາວ. ບັນດາຜູ້ແທນໄດ້ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງ 2 ປະເທດ ຫວຽດນາມ ແລະ ລາວ ໃນການຕໍ່ຕ້ານຄັ້ງຕ່າງໆ ເພື່ອປົກປັກຮັກສາປະເທດຊາດ; ພົບປະແລກປ່ຽນກັບບັນດາຕົວພະຍານປະຫວັດສາດ ເຊິ່ງເຄີຍປະຕິບັດງານ ແລະ ຕໍ່ສູ້ຢູ່ແຂວງ ຫົວພັນ. ການໂອ້ລົມດັ່ງກ່າວນີ້ ຍັງແມ່ນການເຄື່ອນໄຫວປະກອບສ່ວນສຶກສາມູນເຊື້ອໃຫ້ແກ່ຊາວໜຸ່ມ 3 ແຂວງ: ແທັງຮວາ, ເຊີນລາ ແລະ ຫົວພັນ ຢືນຢັນຄວາມຕັດສິນໃຈຂອງບັນດານາຍທະຫານໜຸ່ມຂອງກອງທັບ 2 ປະເທດ, ໃນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

 

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top