• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນານະໂນຍາຍປ້ອງກັນຊາດລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 2

      ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງ ໝາກຜົນຂອງກອງປະຊຸມຄັ້ງທີ 4 ຂອງ ກຸ່ມເຮັດວຽກຮ່ວມ ກ່ຽວກັບການຮ່ວມມື ການທະຫານ - ປ້ອງກັນຊາດ ເຊິ່ງດຳເນີນໃນວັນທີ 29 ກັນຍາ 2021 ແລະ ວາລະແລກປ່ຽນກ່ຽວກັບການຮ່ວມມືອຸດສາຫະກຳ ປ້ອງກັນຊາດ ຄັ້ງທີ 2 ເຊິ່ງດຳເນີນໃນວັນທີ 30 ກັນຍາ 2021.
ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: qdnd.vn)
      ຕອນເຊົ້າວັນທີ 14 ຕຸລາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ທ່ານພົນຕີ Donny Ermawant Taufanto, ເລຂາທິການໃຫຍ່ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ອິນໂດເນເຊຍ ເປັນປະທານຮ່ວມ ການໂອ້ລົມສົນທະນານະໂນຍາຍປ້ອງກັນຊາດລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 2 ຕາມຮູບການທາງໄກ.
      ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງ ໝາກຜົນຂອງກອງປະຊຸມຄັ້ງທີ 4 ຂອງ ກຸ່ມເຮັດວຽກຮ່ວມ ກ່ຽວກັບການຮ່ວມມື ການທະຫານ - ປ້ອງກັນຊາດ ເຊິ່ງດຳເນີນໃນວັນທີ 29 ກັນຍາ 2021 ແລະ ວາລະແລກປ່ຽນກ່ຽວກັບການຮ່ວມມືອຸດສາຫະກຳ ປ້ອງກັນຊາດ ຄັ້ງທີ 2 ເຊິ່ງດຳເນີນໃນວັນທີ 30 ກັນຍາ 2021. ໂດຍຢັ້ງຢືນວ່າ ເຖິງວ່າໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ ສອງຝ່າຍສືບຕໍ່ຮັກສາ ແລະ ຜັນຂະຫຍາຍ ຢ່າງມີໄຫວພິບ ດ້ວຍຮູບການທີ່ເໝາະສົມ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າເປັນຕົ້ນແມ່ນ ຮັກສາກົນໄກເຮັດວຽກຮ່ວມກ່ຽວກັບການຮ່ວມມືໃນຂົງເຂດຝຶກແອບ, ບຳລຸງສ້າງ ຢ່າງມີປະສິດທິຜົນ; ສົມທົບກັນ ແລະ ປຶກສາຫາລືກັນຢ່າງແໜ້ນແຟ້ນ ໃນກົນໄກ, ເຫດການຫຼາຍຝ່າຍ.
      ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂບັນດາການຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top