• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແຂ່ງຂັນແຂ່ງເຮືອຈັກສາກົນຈະຈັດຕັ້ງ ເປັນຄັ້ງທຳອິດຢູ່ ຫວຽດນາມ

ການແຂ່ງຂັນແຂ່ງເຮືອຈັກ F1 H20 ແລະ ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024 ແມ່ນງານແຂ່ງຂັນຊີງລາງວັນແຂ່ງເຮືອແຖວໜ້າຂອງໂລກ.
ທ່ານປະທານຄະນະກຳມະການປະຊາຊົນ ແຂວງ ບິ່ງດິ້ງ ຟ້າມແອັງຕວັນ ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ (ພາບ: TTXVN)

ວັນທີ 9 ກໍລະກົດ, ຢູ່ນະຄອນ ກຸຍເຍີນ, ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດການປະຊຸມຖະແຫຼງຂ່າວກ່ຽວກັບການແຂ່ງຂັນແຂ່ງເຮືອຈັກ F1 H20 ແລະ ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024. ນີ້ແມ່ນຄັ້ງທຳອິດ ທີ່ການແຂ່ງຂັນແຂ່ງເຮືອຈັກສາກົນໄດ້ຮັບການຈັດຂຶ້ນຢູ່ ຫວຽດນາມ.       

ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ທ່ານ ຟ້າມແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ, ໃຫ້ຮູ້ວ່າ: ການແຂ່ງຂັນແຂ່ງເຮືອຈັກ F1 H20 ແລະ ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024 ແມ່ນງານແຂ່ງຂັນຊີງລາງວັນແຂ່ງເຮືອແຖວໜ້າຂອງໂລກ. ຜ່ານ 39 ປີແຫ່ງການເຄື່ອນໄຫວມາຮອດປະຈຸບັນ, ການແຂ່ງຂັນໄດ້ຈັດ 295 ຄັ້ງຢູ່ກ່ວາ 33 ປະເທດ. ສະຫະພັນແຂ່ງເຮືອຈັກ ສາກົນ (UIM) ແມ່ນຫົວໜ່ວຍຈັດການແຂ່ງຂັນຄັ້ງນີ້, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ ກ່ວາ 70 ຄົນທີ່ມາຈາກ 30 ປະເທດ.   

ຄາດວ່າ, ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024 ຈະຈັດຕັ້ງແຕ່ວັນທີ 22 – 24 ມີນາ 2024 ແລະ ການແຂ່ງຂັນແຂ່ງເຮືອຈັກ F1 H20 ຈະຈັດຕັ້ງໃນລະຫວ່າງວັນທີ 29 -31 ມີນາ 2024.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top