• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ແມ່ນເຫດການການເມືອງສຳຄັນ

      ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍສຳຄັນພິເສດ, ເຊິ່ງແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ຊາດຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
(ພາບ: quochoi.vn)
      ຕອນເຊົ້າວັນທີ 21 ມັງກອນ, ກອງປະຊຸມທາງອອນລາຍທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊຊົນທຸກຂັ້ນອາຍຸການ 2021 – 2026, ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍສຳຄັນພິເສດ, ເຊິ່ງແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ຊາດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີວ່າ, ພາຍຫຼັງກອງປະຊຸມນີ້, ຄະນະພັກ,  ອົງການຈັດຕັ້ງພັກ, ອົງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຄວນສຸມໃສ່ຊີ້ນຳ, ປະຕິບັດການຜັນຂະຫຍາຍທິດທາງ, ໜ້າທີ່ຂອງການເລືອກຕັ້ງໃຫ້ເປັນຢ່າງດີທີ່ສຸດ, ເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ບັນລຸຜົນງານສູງສຸດ ແລະ ກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.
        “ໃນວິວັດການນີ້, ຄວນເອົາໃຈໃສ່ຊາບຊຶມບັນດາທັດສະນະ, ແນວຄິດຊີ້ນຳ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກໃຫ້ເປັນຢ່າງດີທີ່ສຸດ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ວາງອອກ, ໂດຍສະເພາະແມ່ນວຽກງານພະນັກງານ, ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນມີຄຸນນະທາດ, ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້, ສົມກັບໜ້າທີ່, ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021 – 2025…”
        ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ມີຄວາມເຊື່ອໝັ້ນວ່າ ໝາກຜົນຂອງກອງປະຊຸມ ຈະປະກອບສ່ວນເຜີຍແຜ່ກ່ຽວກັບຄວາມໝາຍ, ຄວາມສຳຄັນ, ບັນດາຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແລະ ກ່ຽວກັບທີ່ຕັ້ງ, ບົດບາດຂອງສະພາແຫ່ງຊາດ, ສະພາປະຊາຊົນ, ໜ້າທີ່ຂອງເປັນຕົວຜູ້ແທນຂອງປະຊາຊົນໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຢ່າງເລິກເຊິ່ງ ເພື່ອໃຫ້ປະຊາຊົນເລືອກຕັ້ງໃນອາຍຸການຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top