• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຢູ່ ອາເມລິກາ: ຜູ້ສະໝັກເລືອກຕັ້ງແຂ່ງຂັນກັນຢ່າງວຸດວິດຢູ່ບັນດາລັດຍຸດທະສາດຫຼັກແຫຼ່ງ

ທ່ານນາງ Kamala Harris ໄດ້ນຳໜ້າຄູ່ແຂ່ງ 1 ຄະແນນຢູ່ 7 ລັດຍຸດທະສາດ ດ້ວຍອັດຕາສ່ວນແມ່ນ 48% ແລະ 47%.
ທ່ານນາງ Kamala Harris ແລະ ທ່ານ Donald Trump (ພາບ: CNN)

ການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2024 ໄດ້ຮັບການຄາດຄະເນວ່າ ອາດຈະຖືກຕັດສິນດ້ວຍບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງຢູ່ບັນດາລັດຍຸດທະສາດ, ລວມມີ: Pennsylvania, Carolina ເໜືອ, Georgia, Michigan, Wisconsin, Nevada ແລະ Aiona. ສະນັ້ນ, ຜູ້ສະໝັກເລືອກຕັ້ງທັງ 2 ທ່ານຂອງ 2 ພັກແມ່ນທ່ານນາງ Kamala Harris ຮອງປະທານາທິບໍດີ ແລະ ທ່ານ Donald Trump, ອະດີດປະທານາທິບໍດີ ລ້ວນແຕ່ໃຊ້ເວລາຊຸມມື້ສຸດທ້າຍເພື່ອຂົນຂວາຍຫາສຽງເລືອກຕັ້ງຢູ່ບັນດາລັດຍຸດທະສາດຫຼັກແຫຼ່ງດັ່ງກ່າວ.

ໝາກຜົນການສຳຫຼວດທີ່ໄດ້ປະກາດໃນວັນທີ 03 ພະຈິກ ຊີ້ໃຫ້ເຫັນວ່າ, ຜູ້ສະໝັກເລືອກຕັ້ງ 2 ທ່ານຍັງແຂ່ງຂັນກັນຢ່າງວຸດວິດທີ່ສຸດຢູ່ບັນດາລັດດັ່ງກ່າວ. ໄລ່ລວມແລ້ວ, ທ່ານນາງ Kamala Harris ໄດ້ນຳໜ້າຄູ່ແຂ່ງ 1 ຄະແນນຢູ່ 7 ລັດຍຸດທະສາດ ດ້ວຍອັດຕາສ່ວນແມ່ນ 48% ແລະ 47%. ສິ່ງທີ່ໜ້າສົນໃຈແມ່ນ, ອັດຕາສ່ວນຜູ້ມີສິດເລືອກຕັ້ງໃຫ້ຮູ້ວ່າ, ເຂົາເຈົ້າອາດສາມາດປ່ອນບັດໃຫ້ຜູ້ຕາງໜ້າພັກປະຊາທິປະໄຕຢູ່ບັນດາລັດມີການເໜັງຕິງແມ່ນ 48%, ໃນຂະນະທີ່ມີຈຳນວນຜູ້ເວົ້າວ່າ ອາດສາມາດບ່ອນບັດໃຫ້ຜູ້ສະໝັກເລືອກຕັ້ງພັກສາທາລະນະພຽງແມ່ນ 45%.

ມາຮອດປະຈຸບັນ, ຜູ້ມີສິດເລືອກຕັ້ງກວ່າ 77 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາ, ດ້ວຍຮູບແບບປ່ອນບັດໂດຍກົງ ຫຼື ຜ່ານທາງໄປສະນີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top