• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຕີບໂຕຂຽວແມ່ນອະນາຄົດຂອງ ຫວຽດນາມ

ເຖິງຢ່າງໃດກໍ່ຕາມ, ມີວິສາຫະກິດຫຼາຍແຫ່ງຍັງຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະເປັນປົກກະຕິ ຫຼື ດັດປັບໃນໄຕມາດທີ 3 ປີ 2022.
  ວິສາຫະກິດເອີລົບ ຍັງມີຄວາມປະເອີບໃຈໃດໜຶ່ງຕໍ່ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄຕມາດທີ 3 (ພາບປະກອບ: thitruongtaichinhtiente.vn)  

 ສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ຫາກໍ່ປະກາດໝາກຜົນການສຳຫຼວດດັດຊະນີສະພາບແວດລ້ອມດຳເນີນທຸລະກິດຂອງໄຕມາດທີ 2 ປີ 2022 ຂອງ ຫວຽດນາມ. ຕາມບົດລາຍງານແລ້ວ, ບາງປັດໃຈຄື: ການປະທະກັນດ້ານພູມສາດການເມືອງ, ລາຄາສິນຄ້າໂລກເພີ່ມຂຶ້ນ… ໄດ້ສົ່ງຜົນກະທົບເຖິງການຕີລາຄາຂອງສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ມີວິສາຫະກິດຫຼາຍແຫ່ງຍັງຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະເປັນປົກກະຕິ ຫຼື ດັດປັບໃນໄຕມາດທີ 3 ປີ 2022. ສາຍເຫດສ່ວນໜຶ່ງແມ່ນມາຈາກສັນຍານຕັ້ງໜ້າກ່ຽວກັບແງ່ຫວັງການເຕີບໂຕຂຽວຂອງ ຫວຽດນາມ. ທ່ານ ຫງວຽນຫາຍມິນ, ຮອງປະທານ EuroCham ປະຈຳ ຫວຽດນາມ, ຖືວ່າ:

“ກ່ຽວກັບດ້ານພື້ນຖານ, ບັນດາວິສາຫະກິດເອີລົບ ຍັງມີຄວາມປະເອີບໃຈໃດໜຶ່ງຕໍ່ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄຕມາດທີ 3. ວິສາຫະກິດສ່ວນຫຼາຍລ້ວນແຕ່ຖືວ່າ ຈະຮັກສາໄວ້ຄືເກົ່າ, ຊ້ຳບໍ່ໜຳຈະເພີ່ມຂອບຂະໜາດການລົງທຶນໃນໄຕມາດທີ 3. ການນຳວິສາຫະກິດ 79% ໃຫ້ຮູ້ວ່າ ໄດ້ຕັ້ງຄວາມຫວັງເຂົ້າໃນຄວາມສາມາດບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ. ການເຕີບໂຕຂຽວແມ່ນອະນາຄົດຂອງ ຫວຽດນາມ, ບໍ່ພຽງແຕ່ແມ່ນສິ່ງທີ່ດີໃຫ້ແກ່ພື້ນຖານເສດຖະກິດ ແລະ ປະຊາຊົນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ ຫວຽດນາມ ຫັນປ່ຽນ ແລະ ເຊື່ອມຕໍ່ກັບບັນດາຕະຫຼາດໃຫຍ່ທີ່ສຸດໃນໂລກອີກດ້ວຍ”.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top