• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເດີນທາງໄປຢ້ຽມຢາມລາວຂອງປະທານປະເທດຫວຽດນາມບັນລຸໝາກຜົນຮອບດ້ານ, ແທດຈິງຫຼາຍຢ່າງ

ການນຳ 2 ປະເທດໄດ້ເຫັນດີຢ່າງສູງຕໍ່ບັນດາແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.

ຕອນຄ່ຳວັນທີ 10 ສິງຫາ, ເຮືອບິນນຳສົ່ງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ສິ້ງສຸດການຢ້ຽມຢາມສັນຖະວະໄມຕີປະເທດສປປ.ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ. ໃນລະຫວ່າງວັນທີ 09 – 10 ສິງຫາ, ທ່ານປະທານເທດ ຫງວຽນຊວັນຟຸກ ມີການພົບປະເຈລະຈາ, ພົບປະຄັ້ງສູງ 10 ຄັ້ງ. ໃນການຢ້ຽມຢາມ, ມີເອກະສານ 14 ສະບັບໄດ້ຮັບການລົງນາມ, ແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ທ້ອງຖິ່ນຂອງ 2 ປະເທດ.

ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ຢືນຢັນວ່າ ຜ່ານການຢ້ຽມຢາມ, 2 ຝ່າຍບັນລຸໄດ້ໝາກຜົນແທດຈິງ ແລະ ຮອບດ້ານຫຼາຍຢ່າງ. ການນຳ 2 ປະເທດໄດ້ເຫັນດີຢ່າງສູງຕໍ່ບັນດາແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ; ໂດຍສະເພາະແມ່ນໃນບັນດາຂົງເຂດຫຼັກແຫຼ່ງຄື: ການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ, ເສດຖະກິດ, ວັດທະນະທຳ… ພ້ອມກັນນັ້ນເຫັນດີຕໍ່ແຜນນະໂຍບາຍຍູ້ແຮງການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ຊ່ວຍໃຫ້ ລາວ ພັດທະນາແບບຍືນຍົງ. ກ່ຽວກັບການຮ່ວມມືໃນຂົງເຂດຫຼາຍຝ່າຍ, 2 ຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນອາຊຽນ, ພ້ອມກັນຕັ້ງໜ້າປະກອບສ່ວນສ້າງປະຊາຄົມອາຊຽນສາມັກຄີ ແລະ ມີບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍລວມ, ໃນນັ້ນມີບັນຫາທະເລຕາເວັນອອກ, ການຮັບມືກັບໂລກລະບາດໂຄວິດ-19…

ທ່ານຮອງລັດຖະມົນຕີ ຫງວຽນກວດຢຸງ ຢືນຢັນວ່າ, ການຢ້ຽມຢາມສັນຖະວະໄມຕີສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ປັບປຸງ ແລະ ພັດທະນາການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top