• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຊື່ອມຕໍ່ການລົງທຶນລະຫວ່າງວິສາຫະກິດ ຫວຽດນາມ ແລະ ສ.ເກົາຫຼີ ຢູ່ ຫາຍຟ່ອງ

ນີ້ແມ່ນການເຄື່ອນໄຫວເພື່ອປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ເພີ່ມທະວີການແກ່ງແຍ້ງຂອງວິສາຫະກິດ ສ.ເກົາຫຼີ ຢູ່ ຫາຍຟ່ອງ
  ທ່ານ ເລແອັງກວນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ (ພາບ: baodautu.vn)  

 

ມີວິສາຫະກິດກວ່າ 40 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ການລົງທຶນ, ດຳເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ເຊິ່ງດຳເນີນໃນວັນທີ 16 ສິງຫາ, ຢູ່ນະຄອນ ຫາຍຟ່ອງ. ນີ້ແມ່ນການເຄື່ອນໄຫວເພື່ອປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ເພີ່ມທະວີການແກ່ງແຍ້ງຂອງວິສາຫະກິດ ສ.ເກົາຫຼີ ຢູ່ ຫາຍຟ່ອງ ຜ່ານການໜູນຊ່ວຍນັກລົງທຶນຊອກຫານັກສະໜອງແຫຼ່ງວັດສະດຸ, ເຄື່ອງອາໄຫຼ່ຢູ່ກັບທີ່, ຫຼຸດຜ່ອນລາຍຈ່າຍການຜະລິດດຳເນີນທຸລະກິດ, ເພີ່ມຄວາມສາມາດຕອບສະໜອງຕະຫຼາດວັດຖຸດິບຢູ່ພາຍໃນປະເທດ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລແອັງກວນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ, ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ສະເໝີພາບໃຫ້ແກ່ນັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນທີ່ມາຈາກສ.ເກົາຫຼີ… ປະຈຸບັນ, ບັນດາວິສາຫະກິດ ສ.ເກົາຫຼີ ພວມນຳໜ້ານັບທັງຈຳນວນໂຄງການ ແລະ ເງິນລົງທຶນໃນຈຳນວນນັກລົງທຶນທີ່ລົງທຶນເຂົ້າ ຫາຍຟ່ອງ, ດ້ວຍ 173 ໂຄງການ ແລະ ຈຳນວນທຶນຈົດທະບຽນ 9,65 ຕື້ USD.

ເນື່ອງໃນໂອກາດນີ້, ມີບາງນັກລົງທຶນຂອງ 2 ຝ່າຍໄດ້ລົງນາມໃນສັນຍາຮ່ວມມືລົງທຶນ, ດຳເນີນທຸລະກິດ ແລະ ໄດ້ພົບປະ, ຊອກຫາກາລະໂອກາດລົງທຶນ, ຮ່ວມມືໂດຍກົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top