• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງດຳເນີນຢູ່ ຫວຽດນາມ

      ຄາດວ່າ, ມີຜູ້ແທນປະມານ 150 ຄົນທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ນັກປາຖະກະຖາຂອງບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ…ເຂົ້າຮ່ວມເຫດການ
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 
      ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ໃນວັນທີ 15 ມິຖຸນາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດແຜນການຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງ ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນໃນວັນທີ 18 -20 ມິຖຸນາ, ຢຸ່ນະຄອນ ຫ້າລອງ, ແຂວງ ກວາງນິງ. ຄາດວ່າ, ມີຜູ້ແທນປະມານ 150 ຄົນທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ນັກປາຖະກະຖາຂອງບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ…ເຂົ້າຮ່ວມເຫດການ:
        ໃນຂອບເຂດປີ APEC ຫວຽດນາມ 2017, ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາແບບຍືນຍົງໃນ APEC ແລະ ຕອບສະໜອງປີ APEC ຫວຽດນາມ 2017, ພ້ອມທັງຕອບສະໜອງປີສາກົນກ່ຽວກັບການທ່ອງທ່ຽວແບບຍືນຍົງເພື່ອການພັດທະນາຂອງ ສປຊ. ກ່ຽວກັບເລື່ອງຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງຈະປະກອບສ່ວນຢືນຢັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນໃນການກຳນົດແຜນນະໂຍບາຍພັດທະນາການທ່ອງທ່ຽວແບບຍືນຍົງ.
        ກ່ຽວກັບຂໍ້ມູນຂ່າວກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ຈີນ ໃກ້ຈະສຳເລັດບັນດາກິດຈະກຳກໍ່ສ້າງຜິດກົດໝາຍໃນໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ທ່ານນາງເລທິທູຮັ່ງ ໄດ້ຢືນຢັນອີກເທື່ອໜຶ່ງວ່າ ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top