• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວ ຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ

     ຕອນບ່າຍວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ນຳໜ້າ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແຕ່ວັນທີ 4 ຫາ 6 ທັນວາ 2020.

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)
      ໃນໄລຍະຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
      ທີ່ບັນດາການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບທິດທາງການຮ່ວມມືໃນປີ 2021 ແລະ ໄລຍະ 5 – 10 ປີຈະມາເຖິງ, ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສົນທິສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍໄດ້ຍົກອອກຫຼາຍມາດຕະການຢ່າງແຮງ ແລະ ແທ້ດຈິງ ເພື່ອສືບຕໍ່ນຳການພົວພັນດ້ານການເມືອງ, ການທູດ ລະຫວ່າງ ສອງປະເທດໄດ້ເຂົ້າສູ່ລວງເລິກ, ເພີ່ມທະວີເສົາຄ້ຳໃນການຮ່ວມມືດ້ານປ້ອງກັນຊາດ  - ປ້ອງກັນຄວາມສະຫງົບ, ສືບຕໍ່ໃຫ້ບຸລິມະສິດພິເສດແກ່ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ.
(ແຫຼ່ງຄັດຈາກ VOV)
 
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top