• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວວັດທະນະທຳ, ສິລະປະໃນໂອກາດວັນບຸນ 30/4 -1/5

      ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ30/4 -1/5, ມີ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ຫຼາຍ​ຢ່າງ​ໄດ້​ດຳ​ເນີນ​ໃນ​ທົ່ວ​ປະ​ເທດ. ​ໂດຍຕອບ​ສະໜອງ​ຄວາ​ມຕ້ອງການ​ລະ​ຫຼິ້ນ, ທ່ອງ​ທ່ຽວ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ງານ​ບຸນ​ທ່ອງ​ທ່ຽວ​ລະດູ​ຮ້ອນ ຊາ​ປາ 2017 ຖືກ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 29/4-30/6. ດ້ວຍ​ການ​ເຄື່ອນ​ໄຫວ​ຄື​ງານ​ບຸນ​ເທິງ​ກ້ອນ​ເມກ, ງານ​ບຸນ​ວັດທະນະທຳ​ບ້ານ​ມົ້ງກາດໆ, ລາຍການ​ເປັນ​ຊາວ​ກະສິກອນ​ມື້ໜຶ່ງ​ຢູ່​ຕາ​ແສງຕາ​ຝິ່ນ

      ງ​ານ​ບຸນ​ອາ​ຫານ​ການ​ກິນ​ຢູ່ ດ່າ​ນັ້ງ

          ຕອນ​ຄຳ່​ວັນ​ທີ 29/4, ຢູ່​ນະຄອນ ມ໋ອງກ໋າຍ, ​ແຂວງ ກວາງ​ນິງ ​ໄດ້​ດຳ​ເນີນ​ລາຍການ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ: ສັບປະດາ​ທ່ອງ​ທ່ຽວ ມ໋ອງກ໋າຍ - ສະບາຍດີ​ລະດູ​ຮ້ອນ 2017 “ມ໋ອງກ໋າຍ - ​ເຂດ​ເໜືອ​ສຸດ​ຂອງ​ປະ​ເທດ“. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເປີດ​ສາກ​ສັບປະດາ ທ່ອງ​ທ່ຽວ ມ໋ອງກ໋າຍ - ສະບາຍດີ​ລະດູ​ຮ້ອນ 2017.
        ວັນ​ທີ 29/4-2/5 ຢູ່​ໝູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ ບັນດາ​ເຜົ່າ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ​ຄື: ຈັດຕະຫຼາດນັດ​ເຂດ​ພູດ​ອຍທາງ​ພາກ​ເໜືອ, ດ້ວຍ​ຫົວ​ຂໍ້​ວ່າ: “ກັບ​ມາ​ເຂດ​ພູ​ພຽງ ​ໂມກ​ເຈົາ“. ​ເຂົ້າ​ຮ່ວມ​ຕະຫຼາດນັດ, ທ່ານ​ນາງ ຫງວຽນ​ທິ​ເຟືອງ, ຢູ່​ແຂວງ ​ເຊີນ​ລາ, ​ໃຫ້​ຮູ້​ວ່າ:
        “ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ເມື່ອ​ໄດ້​ມາ​ແຫ່ງ​ນີ້. ຂ້າພະ​ເຈົ້າ​ໄດ້​ນຳ​ເອົາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ມາຕະຫຼາດນັດ​ນີ້, ນັ້ນ​ແມ່ນ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ຂອງ​ຕ່າງໆ​ທີ່​ເຮັດ​ດ້ວຍ​ແພ​ພນ​ເມືອງ. ພິ​ເສດ​ອາຫານ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ“.
      ຢູ່​ເຂດ​ປູຊະນີຍະສະຖານ ກິມລຽນ, ບ້ານ​ເກີດ​ຂອງ​ປະທານ ​ໂຮ່ຈິ​ມິນ, ຢູ່​ຕາ​ແສງ ກິມລຽນ, ​ເມືອງ ນາມ​ດ່ານ (​ເງະ​ອານ) . ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ມາ​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ, ດອກ​ໄມ້ ອາ​ໄລ​ຫາ​ວີນຍານ​ປະທານ ​ໂຮ່ຈີ​ມິນ. ທ່ານ ສົມ​ກິດ ກິ​ງສະ​ດາ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ລາວ, ​ແບ່ງປັນ​ວ່າ:
​ເທບສ​ຽງທ່ານ ສົມ​ກິດ ກິ​ງສະ​ດາ
        ຕອນ​ເຊົ້າ​ວັນ​ທີ 30/4 ຢູ່​ສະໜາມ​ເວທີ​ຊັກ​ທຸງ ຕໍ່ໜ້າພະລາດ​ຊະ​ວັງ ທີ່​ນະຄອນ ​ເຫວ໋ ​ໄດ້​ດຳ​ເນີນ​ພິທີ​ສະ​ແດງ​ໝາກ​ໂປ່​ງສາກົນ 2017 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ທິມທີ່​ມາ​ຈາກ​ຫຼາຍ​ປະ​ເທດ. ນອກ​ນັ້ນ Festival ອາຊີບ​ທີ່​ເປັນ​ມູນ​ເຊື້ອ ​ເຫວ໋ 2017 ກໍ່​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ ​ແລະ ອຸດົມສົມ​ບຸນ.
ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກສາກົນ ດ່າ​ນັ້ງ 2017 ກໍ່​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄຳ່​ວັນ​ທີ 30/4, ພ້ອມ​ກັນ​ນັ້ນ​ແມ່ນ​ລາຍການ​ສະ​ແດງ​ດົນຕີ​ຕາມ​ທ້ອງ​ຖະໜົນ, ຂະ​ບວນລົດ​ສາມ​ລໍ້…
      ຕອນ​ເຊົ້າ​ວັນ​ທີ 30/4, ຢູ່​ນະຄອນ ​ໂຮ່ຈີ​ມິນ ກໍ່​ດຳ​ເນີນ​ການ​ແຂ່ງຂັນ​ຖີບ​ລົດຖີບ​ທົ່ວ​ປະ​ເທດ ຊິງ​ຂັນ​ໂທລະພາບ ນະຄອນ ​ໂຮ່ຈີ​ມິນ​ຄັ້ງ​ທີ 29.
​ໃນ​ໂອກາດ​ນີ້, ຄະນະ​ຕິດ​ຕໍ່​ບັນດາ​ຜູ້​ທຳ​ການ​ຕໍ່ຕ້ານ​ແຂວງ ຢາ​ລາຍ ຈັດ​ຕັ້ງ​ຕະຫຼາດນັດ ສະໜາມຮົບ​ໃນ​ເມື່ອ​ກ່ອນ ​ແຕ່​ວັນ​ທີ 27/4-2/5. ​​ເຊິ່ງ​ໄດ້​ວາດ​ພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ທະຫານ ​ແລະ ປະຊາຊົນ​ໃນ​ສະໜາມຮົບ​ຕ່າງໆ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top