
ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຂອງຂວັນໃຫ້ແກ່ ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນຕາແສງ ອານໂຮ່ຍ (ພາບ: TTXVN)
ນະທີ່ນີ້, ທ່ານປະທານ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາຂະແໜງການຂັ້ນຕ່າງໆຂອງນະຄອນເກີນເທີ ສືບຕໍ່ເອົາໃຈໃສ່ເຖິງການເບິ່ງແຍງດູແລບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ແລະ ອວຍພອນໃຫ້ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນ ຕ້ອນຮັບບຸນປີໃໝ່ປະຈໍາຊາດປີຊວດ 2020 ດ້ວຍຄວາມເບິກບານມ່ວນຊື່ນ, ປອດໄພ ແລະ ປະຢັດ.
ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະປະຕິບັດງານກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍທີ່ດີເດ່ັນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍໃນບໍລິເວນແຂວງດ້ຽນບຽນ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)






