ຂ່າວສານ

ການເຄື່ອນໄຫວຢ້ຽມຢາມ, ເບິ່ງແຍງດູແລຊາວຜູ້ອອກແຮງງານ ແລະ ຄອບຄົວເປົ້າໝາຍນະໂຍບາຍໃນໂອກາດ ບຸນເຕັດ

      ຕອນເຊົ້າວັນທີ 23 ມັງກອນ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍການນໍາຄະນະພັກນະຄອນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ເກີນເທີ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ 50 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນຕາແສງ ອານໂຮ່ຍ, ເມືອງນິງກ່ຽວ, ນະຄອນເກີນເທີ. 

ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຂອງຂວັນໃຫ້ແກ່ ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນຕາແສງ ອານໂຮ່ຍ  (ພາບ: TTXVN)
      ນະທີ່ນີ້, ທ່ານປະທານ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາຂະແໜງການຂັ້ນຕ່າງໆຂອງນະຄອນເກີນເທີ ສືບຕໍ່ເອົາໃຈໃສ່ເຖິງການເບິ່ງແຍງດູແລບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ແລະ ອວຍພອນໃຫ້ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນ ຕ້ອນຮັບບຸນປີໃໝ່ປະຈໍາຊາດປີຊວດ 2020 ດ້ວຍຄວາມເບິກບານມ່ວນຊື່ນ, ປອດໄພ ແລະ ປະຢັດ.
        ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະປະຕິບັດງານກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍທີ່ດີເດ່ັນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍໃນບໍລິເວນແຂວງດ້ຽນບຽນ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)


top