• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ້ອນຮັບບຸນເຕັດປະຊາຄົມປີຊວດ 2020 ຢ່າງເບີດບານມ່ວນຊື່ນ

ສະພາບການຂອງປະເທດຊາດໃນປີ 2019 ບັນລຸໄດ້ໃນທຸກດ້ານທັງຢູ່ພາຍໃນ ແລະ ຕ່າງປະເທດ.

(ສະຖານທູດຫວຽດນາມ ປະຈຳອາເມລິກາ ຈັດຕັ້ງງານບຸນຕ້ອນຮັບບຸນປີໃໝ່ປີຊວດ 2020)

ໃນໂອກາດງານບຸນຕ້ອນຮັບບຸນປີໃໝ່ປີຊວດ 2020 ຈັດຕັ້ງຂຶ້ນໃນວັນທີ 10 ມັງກອນ, ຢູ່ສະຖານທູດຫວຽດນາມ ປະຈຳອາເມລິກາ. ເມື່ອແບ່ງປັນກ່ຽວກັບສະພາບການຂອງປະເທດຊາດໃນປີ 2019 ດ້ວຍຜົນງານທີ່ບັນລຸໄດ້ໃນທຸກດ້ານທັງຢູ່ພາຍໃນ ແລະ ຕ່າງປະເທດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ, ໃຫ້ຮູ້ວ່າ.

          “ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ແມ່ນກວ່າ 2,2 ລ້ານຄົນ ທີ່ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການພົວພັນລະຫວ່າງ 2 ປະເທດ. ອາດເວົ້າໄດ້ວ່າ, ນັບມື້ນັບມີຊາວຫວຽດນາມ ຫຼາຍຄົນເຂົ້າຮ່ວມລະບົບອຳນາດການປົກຄອງຂອງອາເມລິກາ ແລະ ນີ້ແມ່ນບັນດາປັດໃຈສຳຄັນເພື່ອຊຸກຍູ້, ຍົກສູງການຮ່ວມມື, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ປະຈຸບັນ, ມີນັກທຸລະກິດຫຼາຍຄົນ ໄດ້ກັບເມືອປະເທດເພື່ອທຳມາຫາກິນ, ລົງທຶນ, ດຳເນີນທຸລະກິດ.”

          ວັນທີ 11 ມັງກອນ, ຢູ່ Sydney, ປະເທດອົດສະຕາລີ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳລັດ New South Wales, Queensland ແລະ ອົດສະຕາລີໃຕ້, ອົດສະຕາລີ ກໍ່ໄດ້ຈັດການພົບປະກັບພໍ່ແມ່ຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້ ເນື່ອງໃນໂອກາດບຸນເຕັດປີຊວດ 2020. ໃນບົດກ່າວປາໄສອວຍພອນບຸນເຕັດປີຊວດທີ່ຈະມາເຖິງ, ທ່ານ ຫົວໜ້າສະຖານກົງສູນ ຈິ້ງດຶກຫາຍ, ໃຫ້ຮູ້ວ່າ, ໃນຊຸມມື້ຕົ້ນປີ 2020, ຫຼາຍເຂດຢູ່ອົດສະຕາລີ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໄຟໄມ້ປ່າທີ່ບໍ່ເຄີຍມີມາກ່ອນ, ພໍ່ແມ່ຊາຊົນອາໄສຢູ່ລັດແຫ່ງຕ່າງໆກໍ່ໄດ້ຈັດຕັ້ງການບໍລິຈາກເງິນ ແລະ ສິນຄ້າເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຊາວອົດສະຕາລີ ຢູ່ບັນດາເຂດຖືກຜົນສະທ້ອນຍ້ອນເກີດໄຟໄມ້.

          ວັນທີ 11 ມັງກອນ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Vancouver, ປະເທດການາດາ ກໍ່ໄດ້ຈັດງານລ້ຽງຕ້ອນຮັບບຸນເຕັດ 2020 ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ບັນດາລັດທິດຕາເວັນຕົກການາດາ. ກ່າວຄຳເຫັນໄຂພິທີ, ທ່ານນາງ ຈິ້ງຕູ໊ລານ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Vancouver, ເນັ້ນນັກວ່າ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຢູ່ການາດາ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານນາງເຊື່ອໝັ້ນວ່າ, ການພົວພັນຮ່ວມມືລະຫວ່າງຫວຽດນາມ - ການາດາ ຈະສືບຕໍ່ໄດ້ຮັບການປັບປຸງຕື່ມອີກ.

          ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳບາງກອກ, ປະເທດໄທ, ສະມາຄົມຊາວໄທ ເຊື້ອຊາດຫວຽດນາມ ຢູ່ບາງກອກ ກໍ່ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳບາງກອກ ຈັດງານພົບປະ, ແລກປ່ຽນຕອນຮັບບຸນປີໃໝ່ປະຈຳຊາດ ບຸນເຕັດປີຊວດ 2020. ມີພໍ່ແມ່ຊາຊົນຊາວຫວຽດນາມ ທີ່ອາໄສ, ດຳລົງຊີວິດ, ເຮັດວຽກຢູ່ທີ່ນີ້ເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມງານພົບປະດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top