• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ

ຕອນເຊົ້າວັນທີ 11 ເມສາ, ຢູ່ ວັດ ໂຝມິງ ນະຄອນ ໂຮ່ຈີມິນ ໄດ້ດຳເນີນການຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງບັນດາປະເທດ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຢູ່ ນະຄອນ ຈັດຂຶ້ນ.
  ບັນດາຜູ້ແທນເຂົ້າຮ່ວມພິທີກຳຕ້ອນຮັບບຸນປີໃຫມ່. (ພາບ: ສຳນັກຂ່າວສານຫວຽດນາມ)  

 ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ແບ່ງປັນຄວາມເບີກບານມ່ວນຊື່ນຕໍ່ປະຊາຄົມບັນດາປະເທດອ້າຍນ້ອງໃນໂອກາດບຸນປີໃຫມ່ປະຈຳຊາດຂອງບັນດາປະເທດດັ່ງກ່າວ.

ກ່າວຄຳເຫັນນະພິທີ, ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບຸນປີໃຫມ່ປະຈຳຊາດຂອງ 4 ປະເທດ ກຳປູເຈຍ: ລາວ,ມຽນມາ ແລະ ໄທ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແຜ່ກະຈາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາດ, ແນະນຳພື້ນຖານວັດທະນະທຳຂອງແຕ່ລະປະເທດໃນປະຊາຄົມ ອາຊຽນ ຜ່ານນັ້ນ ມຸ່ງໄປເຖິງເປົ້າໝາຍກະຕຸ້ນການທ່ອງທ່ຽວ, ຟື້ນຟູເສດຖະກິດຫລັງໂຄວິດ 19.

ໃນບັນຍາກາດອັນເຂັ່ມຂຶມ, ບັນດາພະນັກງານສະຖານກົງສູນ, ຜູ້ຕາງຫນ້າວິສາຫະກິດ, ນັກສຶກສາຂອງບັນດາປະເທດດັ່ງກ່າວທີ່ພວມເຮັດວຽກ, ຮ່ຳຮຽນ ຢູ່ ນະຄອນ ໂຮ່ຈີມິນ ພ້ອມກັນປະຕິບັດພິທີກຳໃນວັນບຸນປີໃຫມ່ ຕາມຮີດຄອງປະເພນີຂອງ 4 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top