• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕອບສະໜອງລາຍການພົບປະແລກປ່ຽນມິດຕະພາບ ການປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ ຢູ່ກວາງຈິ

      ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ການເຄື່ອນໄຫວກວດ, ປິ່ນປົວພະຍາດ ແລະ ແຈກຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ປະຊາຊົນ (ພາບ: baoquangtri.vn)
      ໃນລະຫວ່າງວັນທີ 11 – 12 ທັນວາ, ຢູ່ດ່ານຊາຍແດນສາກົນ ລາວບາວ, ເມືອງ ເຮືອງຮ໊ວາ, ແຂວງ ກ໋ວາງຈິ  ແລະ ເມືອງເຊໂປນ, ແຂວງ ສະຫວັນນະເຂດ (ລາວ) ໄດ້ດຳເນີນລາຍການພົບປະແລກປ່ຽນມິດຕະພາບ ການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1. ໂດຍຕອບສະໜອງເຫດການນີ້, ໃນຊຸມວັນຜ່ານມາ, ຄະນະແພດໝໍ ຂອງກົມເສນາຮັກ - ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ໂຮງໝໍກອງທັບແຂວງ ສະຫວັນນະເຂດ, ໂຮງໝໍກອງທັບ 109 ກອງທັບປະຊາຊົນ ລາວ ໄດ້ຈັດການກວດ, ປິ່ນປົວພະຍາດ ແລະ ແຈກຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ປະຊາຊົນຢູ່ເຂດຊາຍແດນ ເກືອບ 2000 ຄົນຢູ່ເມືອງ ເຮືອງຮ໊ວາ, ແຂວງ ກ໋ວາງຈິ  ແລະ ເມືອງເຊໂປນ, ແຂວງ ສະຫວັນນະເຂດ. ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top