• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມທີ່ກອງປະຊຸມ APEC 26

ໃນຂອບເຂດສັບປະດາຂັ້ນສູງ APEC ຄັ້ງທີ 26 ດຳເນີນຢູ່ນະຄອນຫລວງ Port Moresby ປະເທດປາປົວນິວກີເນ, ວັນທີ 18 ພະຈິກ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການພົບປະກັບທ່ານ  Winston Petters ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນີວຊີແລນ.

ສອງຝ່າຍເຫັນດີເພີ່ມທະວີການປະສານສົມທົບນຳກັນຢ່າງແຫນ້ນແຟ້ນໃນບັນດາເວທີປາໄສຫລາຍຝ່າຍ, ໃນນັ້ນ ມີ ອາຊຽນ, ເອເປັກ, ສະຫະປະຊາຊາດ ແລະ ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ, ສະຖຽນລະພາບ,ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ໂດຍອີງໃສ່ກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ແລະການຄ້າບໍ່ຖືກກີດຂວາງສຳລັບສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີ ນິວເຊີແລນ ເພີ່ມໂຄຕາພົນລະເມືອງຫວຽດນາມ ເຂົ້າຮ່ວມລາຍການອອກແຮງງານໃນຍາມພັກການທຸກປີ. ທ່ານ Winston Petters ລັດຖະມົນຕີການຕ່າງປະເທດ ນິວເຊີແລນ ໄດ້ຕີລາຄາສູງເລື່ອງຫວຽດນາມ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊີຟິກ (CPTPP), ສະແດງຄວາມຕັດສິນໃຈສືບຕໍ່ປ່ຽນໃຫມ່ຮອບດ້ານ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແຫນ້ນແຟ້ນ ແລະ ຫນູນຊ່ວຍຫວຽດນາມ ໃນວິວັດການຜັນຂະຫຍາຍສັນຍາ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top