• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຢູ່ ສ ເກົາຫລີ

ຕອນເຊົ້າວັນທີ 06 ທັນວາ, ສືບຕໍ່ການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ, ຢູ່ ນະຄອນ ເຊີອູນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບຜູ້ຊົງຄຸນວຸດທິ ມິດຕະພາບຫວຽດນາມ - ສ.ເກົາຫລີ. 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນມອບຫລຽນໄຊມິດຕະພາບໃຫ້ສາດສະດາຈານ Ahn Kyong Hwan

ນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກວ່າ: ບັນດາອົງການຈັດຕັ້ງມະຫາຊົນມິດຕະພາບປະຊາຊົນສອງປະເທດ ໄດ້, ພວມຊຸກຍູ້ການເຄື່ອນໄຫວຂອງຕົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ.

“ການນຳພັກ ແລະ ລັດຫວຽດນາມ ຍາມໃດກໍ່ຕີລາຄາສູງການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມິດຕະພາບປະຊາຊົນກໍ່ຄືຜູ້ຊົງຄຸນວຸດທິ ປັນຍາຊົນ ແລະ ພວກເຮົາຄວນມີຄວາມໃກ້ຊິດສະຫນິດສະຫນົມກວ່າອີກ, ເຂົ້າໃຈເຊິ່ງກັນ ແລະກັນກວ່າອີກ ເພື່ອເຮັດໃຫ້ປະຊາຊົນສອງປະເທດນັບມື້ນັບໃກ້ຊິດສະຫນິດສະຫນົມກວ່າ, ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອວັດທະນະທຳຂອງກັນກວ່າ. ສະເຫນີບັນດາອົງການຈັດຕັ້ງມິດຕະພາບປະຊາຊົນຢູ່ສອງປະເທດສືບຕໍ່ມີການເຄື່ອນໄຫວພົບປະແລກປ່ຽນເປັນຫລາຍຮູບຫລາຍແບບ ແລະ ອຸດົມສົມບູນ, ແທດຈິງກວ່າ, ປະກອບສ່ວນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລວມລະຫວ່າງສອງຊາດພວກເຮົາ.”

ແລະກໍ່ໃນຕອນເຊົ້າວັນດຽວກັນ ຢູ່ນະຄອນຫລວງ ເຊີອູນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ  ໄດ້ມອບຫລຽນໄຊມິດຕະພາບໃຫ້ສາດສະດາຈານ Ahn Kyong Hwan ປະທານສະມາຄົມຄົ້ນຄ້ວາຫວຽດນາມວິທະຍາຢູ່ ສ.ເກົາຫລີ ຍ້ອນໄດ້ມີບັນດາການປະກອບສ່ວນຕັ້ງຫນ້າໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ສ.ເກົາຫລີ. ນອກນັ້ນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ກະຊວງອຸດສາຫະກຳ ການຄ້າ ແລະ ພະລັງງານ ສ.ເກົາຫລີ ກ່ຽວກັບໂຄງການດຳເນີນງານມຸ່ງໄປເຖິງຄາດໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໃນປີ 2020 ຕາມທິດດຸ່ນດ່ຽງ.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top