• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄວຊົມເຊີຍວັນແມ່ຍິງສາກົນ 08 ມີນາ ຖືກຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ

ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິງ, ມີແມ່ຍິງ ແລະ ຜູ້ມັກຮັກຊຸດເຊື້ອຍາວຂອງນະຄອນ ກວ່າ 5.000 ຄົນໄດ້ເຂົ້າຮ່ວມພິທີພ້ອມກັນສະແດງ.
ມີແມ່ຍິງ ແລະ ຜູ້ມັກຮັກຊຸດເຊື້ອຍາວຂອງນະຄອນ ກວ່າ 5.000 ຄົນໄດ້ເຂົ້າຮ່ວມພິທີ (ພາບ: TTXVN)

ວັນທີ 08 ມີນາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດການເຄື່ອນໄຫວຂ່ຳນັບຊົມເຊີຍການສະເຫຼີມສະຫຼອງ 114 ປີແຫ່ງວັນແມ່ຍິງສາກົນ (08 ມີນາ) ແລະ 1984 ປີແຫ່ງວັນລຸກຮື້ຂຶ້ນ ຮາຍບ່າຈຶງ.      

ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິງ, ມີແມ່ຍິງ ແລະ ຜູ້ມັກຮັກຊຸດເຊື້ອຍາວຂອງນະຄອນ ກວ່າ 5.000 ຄົນໄດ້ເຂົ້າຮ່ວມພິທີພ້ອມກັນສະແດງດ້ວຍຫົວຂໍ້ “ຂ້າພະເຈົ້າມັກຮັກຊຸດເສື້ອຍາວ ຫວຽດນາມ”. ຄະນະໄດ້ນຸ່ງຊຸດເສື້ອຍາວເດີນຂະບວນຜ່ານບັນດາເຂດຖະໜົນໃຫຍ່ຂອງນະຄອນ ໂຮ່ຈີມິນ, ຄື: ເລເລ້ຍ, ເລແທງຕົນ, ຫງວຽນເຫ້ວ.    

ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງນະຄອນ ດ່ານັ້ງ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະໜັບສະໜູນວັນແມ່ຍິງນີ້, ທ່ານນາງ ຫງວຽນທິຮ່ວຽນ, ຮອງປະທານສະຫະພັນແມ່ຍິງນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:     

“ໃນໂອກາດວັນທີ 08 ມີນາ 2024, ສະມາຄົມແມ່ຍິງນະຄອນ ດ່ານັ້ງ ທຸກຂັ້ນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ໄປຢ້ຽມຢາມເຂດປະຫວັດສາດແຫ່ງຕ່າງໆ, ຕອບສະໜອງ “ສັບປະດາຊຸດເສື້ອຍາວ” ໂດຍສູນກາງສະຫະພັນປຸກລະດົມ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຊ່ວຍໃຫ້ເອື້ອຍນ້ອງແມ່ຍິງມີເງື່ອນໄຂຕິດພັນກັນກວ່າ. ທຸກຂັ້ນກໍ່ປຸກລະດົມກິດຈະກຳແຂ່ງຂັນປະກອບແຫຼ່ງກຳລັງໜູນຊ່ວຍບັນດາເອື້ອຍນ້ອງກໍ່ສ້າງ, ສ້ອມແປງເຮືອນຊານ.”

 

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການພົວພັນ 2 ຝ່າຍ ຫວຽດນາມ - ລາຊະອານາຈັກ ອັງກິດ

ເພີ່ມທະວີການພົວພັນ 2 ຝ່າຍ ຫວຽດນາມ - ລາຊະອານາຈັກ ອັງກິດ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ສະເໜີໃຫ້ບັນດາວິສາຫະກິດ ອັງກິດ ລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ.

Top