• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືສາກົນໃນການໂຄສະນາບັນດາຜົນງານຂອງ ຫວຽດນາມ ກ່ຽວກັບວຽກງານຊົນເຜົ່າ

2 ຝ່າຍຈະຮ່ວມມືໃນໄລຍະ 2025 – 2030 ດ້ວຍວິໄສທັດຮອດປີ 2045, ສຸມໃສ່ບັນດາຂົງເຂດຕົ້ນຕໍ, ລວມມີ: ການຮ່ວມມືຜັນຂະຫຍາຍການປະຕິບັດສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ (CERD), ໜູນຊ່ວຍການຫາເງິນລ້ຽງຊີບ ແລະ ເລີ່ມຕົ້ນທຸລະກິດ
ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ (ພາບ: ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ)

ຕອນບ່າຍວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ ເພື່ອແນໃສ່ຮ່ວມມືກັນພັດທະນາແບບຍືນຍົງ, ສະເໝີພາບ ແລະ ເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວຽກງານຊົນເຜົ່າ.

ຕາມນັ້ນແລ້ວ, 2 ຝ່າຍຈະຮ່ວມມືໃນໄລຍະ 2025 – 2030 ດ້ວຍວິໄສທັດຮອດປີ 2045, ສຸມໃສ່ບັນດາຂົງເຂດຕົ້ນຕໍ, ລວມມີ: ການຮ່ວມມືຜັນຂະຫຍາຍການປະຕິບັດສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ (CERD), ໜູນຊ່ວຍການຫາເງິນລ້ຽງຊີບ ແລະ ເລີ່ມຕົ້ນທຸລະກິດ; ຍົກສູງຄວາມຮັບຮູ້ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຫັນເປັນດີຈີຕອນ; ເພີ່ມທະວີການເຂົ້າຮ່ວມຂອງຊາວຊົນເຜົ່າສ່ວນໜ້ອຍໃນບັນດາຕຳແໜ່ງການນຳພາກລັດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮ່ວມມືໃນວຽກງານໂຄສະນາບັນດາຜົນງານຂອງ ຫວຽດນາມ ໃນຂົງເຂດວຽກງານຊົນເຜົ່າເຖິງເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top