• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືດ້ານປ້ອງກັນຊາດ ຈະເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ການາດາ ອຸດົມສົມບູນຂຶ້ນຕື່ມ

ໃນລະຫວ່າງວັນທີ 4 – 12 ພຶດສະພາ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ໄດ້ໄປຢ້ຽມຢາມ ການາດາ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ Harjit Singh Saijan. 
ກ່າວຄໍາເຫັນທີ່ກອງປະຊຸມພົບປະເຈລະຈາ ພາຍຫຼັງພິເທີຕ້ອນຮັບຢ່າງເປັນທາງການ ເຊິ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 6 ພຶດສະພາ, ຢູ່ນະຄອນຫຼວງ Ottawa, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ Harjit Singh Saijan ເນັ້ນໜັກວ່າ ການາດາ ແມ່ນປະເທດຕິດກັບ 3 ເຂດທະເລ, ໃນນັ້ນມີ ມະຫາສະໝຸດປາຊີຟິກ. ການາດາ ຈະຮ່ວມມືກັບບັນດາປະເທດ ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ປາຊີຟິກ. ກ່ຽວກັບການຂັດແຍ້ງກັນທາງດ້ານອໍານາດອະທິປະໄຕຢູ່ທະເລ, ໃນນັ້ນ ມີທະເລຕາເວັນອອກ, ສອງຝ່າຍເນັ້ນໜັກວ່າ ບັນດາການຂັດແຍ້ງກັນ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຊຸກຍູ້ການລົງນາມ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາລວມຂອງພາກພື້ນ.

ກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ (ພາບ: qdnd.vn)

  ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ເຈລະຈາ, ປຶກສາຫາລື; ຮ່ວມມືໃນການບໍາລຸງສ້າງ; ເຂ້ົາຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ; ອຸດສາຫະກໍາປ້ອງກັນຊາດ; ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.... ນອກຈາກນັ້ນ, ລັດຖະມົນຕີສອງທ່ານ ກໍເຫັນດີຊຸກຍູູ້ຄວາມອາດສາມາດໃນການຮ່ວມມືປະຕິບັດກົດໝາຍຢູ່ທະເລ ລະຫວ່າງ ຕໍາຫຼວດທະເລຫວຽດນາມ ແລະ ກໍາລັງປ້ອງກັນຝັ່ງທະເລ ການາດາ. ທ່ານ ໂງຊວນລິກ ກໍສະເໜີ ກະຊວງປ້ອງກັນປະເທດ ການາດາ ກະທົບຕໍ່ລັດຖະບານ ໜູນຊ່ວຍຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

        ສິ້ນສຸດການພົບປະເຈລະຈາ, ກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ, ກໍາລັງປະກອບອາວຸດ ການາດາ ກ່ຽວກັບຮ່ວມມືດ້ານປ້ອງກັນຊາດ, ສ້າງພື້ນຖານນິຕິກໍາ ເພື່ອຊຸກຍູ້ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ກ່ຽວກັບການປ້ອງກັນຊາດລະຫວ່່າງສອງປະເທດ.

        ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ມີໄດ້ມີການພົບປະກັບທ່ານ David Morrison, ທີ່ປຶກສານະໂຍບາຍການຕ່າງປະເທດ ແລະ ປ້ອງກັນປະເທດໃຂອງນາຍົກລັດຖະມົນຕີ ການາດາ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top