• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ການປົດປ່ອຍຊາດ

ວັດທະນາການຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ແກ່ການໄປຊອກຫາສັດຈະທຳ.
ທ່ານ ຫງວຽນອາຍກວັກ ທີ່ກອງປະຊຸມໃຫຍ່ຄັ້ງທີ XVIII ຂອງພັກສັງຄົມຝລັ່ງ (ເດືອນທັນວາປີ 1920). ພາບເອກະສານ

ກ່ອນນີ້ 110 ປີ (5/6/1911) ດ້ວຍເຈດຈຳນົງ, ຄວາມຄາດຫວັງອັນແຮງກ້ານຢາກປົດປ່ອຍຊາດອອກຈາກແອກຂ້າທາດພາຍໃຕ້ລະບອບລ່າເມືອງຂຶ້ນ, ສັກດີນາ, ຊາວຫນຸ່ມຜູ້ຮັກຊາດ ຫງວຽນເຕີດແທ່ງ (ຜູ້ນຳ ຫງວຽນອາຍກວັກ, ປະທານໂຮ່ຈີມິນ) ໄດ້ອອກຈາກທ່າກຳປັ່ນ ຍ່າຣົ່ງ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ. ວິວັດທະນາການອັນຍິ່ງໃຫຍ່ນັ້ນແມ່ນແກ່ຍາວຕະຫລອດ 30 ປີ, ໄປຜ່ານ 4 ທະວີບ ດ້ວຍເກືອບ 30 ປະເທດ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ ດ່ວານວັນເບົາ ຫົວຫນ້າກົມທິດສະດີການເມືອງ ສັງກັດ ຄະນະໂຄສະນາສຶກສາສູນກາງ ຖືວ່າ:

“ວິວັດທະນາການຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ ແມ່ນເປີດສາກໃຫ້ແກ່ການໄປຊອກຫາສັດຈະທຳ ແລະມີສັດຈະທຳນັ້ນຈຶ່ງປົດປ່ອຍຊາດໄດ້. ວັນນັ້ນ ກໍ່ແມ່ນວັນເຊິ່ງເພິ່ນ ໄດ້ ຄິດເຖິງແຕ່ດົນນານແລ້ວ ແລະ ໄດ້ມີການຄິດໄລ່ຢ່າງລະອຽດ. ເພິ່ນອອກເດີນທາງເພື່ອໄປຊອກຫາສິ່ງທີ່ດີງາມມາໃຫ້ປະເທດຊາດ”.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top