• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຫັນປ່ຽນໃນການຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ

      ພາຍຫຼັງມະຕິເລກທີ 01 ຂອງລັດຖະບານກ່ຽວກັບໜ້າທີ່ ແລະ ມາດຕະການຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2018 ໄດ້ຮັບການປະກາດໃຊ້ເປັນເວລາ 10 ເດືອນ
ການຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດແມ່ນໜຶ່ງໃນບັນດາມາດຕະການເຊິ່ງລັດຖະບານໄດ້ວາງອອກເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດໄວ ແລະ ຍືນຍົງ. ພາຍຫຼັງມະຕິເລກທີ 01 ຂອງລັດຖະບານກ່ຽວກັບໜ້າທີ່ ແລະ ມາດຕະການຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2018 ໄດ້ຮັບການປະກາດໃຊ້ເປັນເວລາ 10 ເດືອນ, ເລື່ອງປະຕິບັດໜ້າທີ່ຂອງບັນດາກະຊວງ, ຂະແໜງການກ່ຽວກັບການປະຕິຮູບການເຄື່ອນໄຫວກວດກາສະເພາະຂະແໜງ ແລະ ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ໃນນັ້ນ, ກະຊວງອຸດສາຫະກຳ ການຄ້າໄດ້ຜັນຂະຫຍາຍການປະຕິບັດຢ່າງໄວທີ່ສຸດ ແລະ ມີເອກະສານບາງສະບັບໄດ້ຮັບການປະກາດໃຊ້ຫຼາຍທີ່ສຸດ. ດຳລັດທັງໝົດກ່ຽວກັບເງື່ອນໄຂດຳເນີນທຸລະກິດໂດຍກະຊວງອຸດສາຫະກຳ ການຄ້າຮຽບຮຽງລ້ວນແຕ່ແມ່ນກ່ອນໜ້າເດືອນ ສິງຫາ 2018.
        ໃນສະພາບການລວມ, ຄິດໄລ່ຮອດຈຸດເວລານີ້, ບັນດາກະຊວງ, ຂະແໜງການໄດ້ຫລຸດຜ່ອນ, ຫັນ 3.004/6.191 ເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍ. ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາກະຊວງ, ຂະແໜງການ. ທ່ານນາງ ຫງວຽນມິງທ໋າວ, ຫົວໜ້າຄະນະສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງສະຖາບັນຄຸ້ມຄອງເສດຖະກິດສູນກາງ, ຕີລາຄາວ່າ:
        “ຈຳນວນເງື່ອນໄຂດຳເນີນທຸລະກິດໄດ້ຕັດອອກ ແລະ ມີການປັບປຸງໃຫ້ແທດຈິງ, ໝາຍຄວາມວ່າໄດ້ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ. ມີບັນດາຄວາມຕ້ອງການດ້ານເວລາໄດ້ຫລຸດສັ້ນລົງ. ຫລຸດຜ່ອນຄວາມຮຽກຮ້ອງຕ້ອງການກ່ຽວກັບຈຳນວນ ແລະ ພວກຂ້າພະເຈົ້າກໍ່ເຫັນໄດ້ການປ່ຽນແປງກ່ຽວກັບການຕັດອອກ ແລະ ຫັນບັນດາເງື່ອນໄຂດຳເນີນທຸລະກິດກ່ຽວກັບສະຖານທີ່ ແລະ ພື້ນຖານດ້ານວັດຖຸເປັນງ່າຍດາຍ”
        ສ່ວນທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢູ້ງ, ຖືວ່າ:
        “ເລື່ອງປະຕິບັດໜ້າທີ່ຂອງບັນດາກະຊວງ, ຂະແໜງການກ່ຽວກັບການປັບປຸງການເຄື່ອນໄຫວກວດກາສະເພາະຂະແໜງ ແລະ ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດມີການຫັນປ່ຽນຢ່າງຕັ້ງໜ້າ. ບັນດາກະຊວງໄດ້ຍື່ນສະເໜີໃຫ້ປະກາດໃຊ້ ແລະ ປະກາດໃຊ້ເອກະສານ ໄດ້ 21 ສະບັບ, ຫລຸດຜ່ອນ, ຫັນປະເພດສິນຄ້າຕ້ອງກວດກາໄດ້ 6.776/9.926  ແລະ 30 ລະບຽບການເປັນງ່າຍດາຍ.”
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top