• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສ້າງພື້ນຖານອຸດສາຫະກຳ ຫວຽດນາມ ເປັນເຈົ້າຕົນເອງ, ເຂັ້ມແຂງແຮງກ້າ

ເພື່ອກາຍເປັນປະເທດອຸດສາຫະກຳ, ຫວຽດນາມ ຕ້ອງສ້າງບັນດາກຸ່ມບໍລິສັດອຸດສາຫະກຳຜະລິດ ສວມບົດບາດເປັນຕ່ອງໂສ້ໃນລະບົບມູນຄ່າທົ່ວໂລກ
(ທີ່ເວທີປາໄສ)

ເພື່ອບັນລຸເປົ້າໝາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຫວຽດນາມ ຕ້ອງມີຂອດບຸກທະລຸໃນການສ້າງກຸ່ມບໍລິສັດອຸດສາຫະກຳຍຸດທະສາດ, ຍົກສູງອັດຕາສ່ວນຫັນເປັນພາຍໃນປະເທດ, ກໍຄືການຊຸກຍູ້ນະວັດຕະກຳເພື່ອເພີ່ມຄວາມສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ນີ້ແມ່ນຄຳເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສຂັ້ນສູງກ່ຽວກັບການຜະລິດອຸດສາຫະກຳ ດ້ວຍຫົວຂໍ້ “ສ້າງພື້ນຖານອຸດສາຫະກຳ ຫວຽດນາມ ເປັນເຈົ້າຕົນເອງ - ເຂັ້ມແຂງແຮງກ້າ” ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ.

ທີ່ເວທີປາໄສ, ທ່ານ ຫງວຽນກວັນ, ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະມາຄົມຫັນເປັນອັດຕະໂນມັດ ຫວຽດນາມ, ຖືວ່າ:

“ເພື່ອກາຍເປັນປະເທດອຸດສາຫະກຳ, ຫວຽດນາມ ຕ້ອງສ້າງບັນດາກຸ່ມບໍລິສັດອຸດສາຫະກຳຜະລິດ ສວມບົດບາດເປັນຕ່ອງໂສ້ໃນລະບົບມູນຄ່າທົ່ວໂລກຂອງບັນດາຜະລິດຕະພັນເຕັກໂນໂລຊີຍຸດທະສາດ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ພວກເຮົາສຸມແຫຼ່ງກຳລັງ, ການລົງທຶນ ແລະ ພັດທະນາໂດຍມີຈຸດສຸມໃນຂົງເຂດຫຼັກແຫຼ່ງຈຳນວນໜຶ່ງ”.

(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top