• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກແຮງງານ ປີ 2021: ຍົກສູງຄຸນນະພາບແຮງງານ ກຽມພ້ອມອອກໄປເຮັດວຽກ ຢູ່ຕ່າງປະເທດ

ປີ 2021, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ວາງຄາດໝາຍ ສົ່ງແຮງງານ ຫວຽດນາມ 90.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ຫຼຸດລົງ 40.000 ຄົນເມື່ອທຽບໃສ່ຄາດໝາຍປີ 2020 . ຕະຫຼາດແຮງງານ ສຸມໃສ່ບັນດາຕະຫຼາດທີ່ມີລາຍຮັບສູງ ແລະ ຖາວອນ.

ເພື່ອຟື້ນຟູການເຄື່ອນໄຫວບໍລິການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ເທື່ອລະກ້າວ ເພື່ອໃຫ້ສອດຄ່ອງກັບສະພາບການລວມ ແລະ ສະພາບການເປັນປົກກະຕິໃໝ່ ຢູ່ ຫວຽດນາມ ກໍຄື ຢູ່ບັນດາປະເທດທີ່ຮັບເອົາແຮງງານ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາອົງການທີ່ມີໜ້າທີ່່ຊອກຫາຕະຫຼາດແຮງງານຕ່າງປະເທດທີ່ມີເງື່ອນໄຂເຮັດວຽກດີ, ປອດໄພ ແລະ ມີລາຍຮັບສູງ ໃຫ້ແກ່ແຮງງານ. ໄປຄຽງຄູ່ກັນນັ້ນ, ກໍຮ່ວມມືກັບບັນດາປະເທດ ເພື່ອແກ້ໄຂບັນດາບັນຫາຂອງແຮງງານທີ່ເກີດຂຶ້ນໃໝ່ຢ່າງທັນການ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ.  ທາງກະຊວງກໍວາງແຜນນະໂຍບາຍຍົກສູງ ຄຸນນະພາບ ແຮງງານ ນັບທາງດ້ານສີມືແຮງງານ ແລະ ພາສາຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສອງຫຼອງວັນ​ສະ​ຫະ​ກອນ ຫວຽດ​ນາມ ຄົບ​ຮອບ 80 ປີ

ສະ​ເຫຼີມ​ສອງຫຼອງວັນ​ສະ​ຫະ​ກອນ ຫວຽດ​ນາມ ຄົບ​ຮອບ 80 ປີ

ຈຸດ​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແມ່ນ​ພິ​ທີພິ​ທີ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອ​ບ 80 ປີ​ ​ລຸງ​ໂຮ່ ໄດ້​ຂຽນ​ຈົດ​ໝາຍ​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ຂອງ​ທີ່​ດິນ, ຊາວ​ກະ​ສິດກອນເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ສະ​ຫະ​ກອນ​ກະ​ເສດ.

Top