• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ 2018: ແງ່ຫວັງ ແລະ ສິ່ງທ້າທາຍ

      ນັບແຕ່ຕົ້ນປີມາຮອດປະຈຸບັນ, ວົງເງິນສົ່ງອອກຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ບັນລຸຕົວເລກເປັນໜ້າຊື່ນຊົມ ແລະ ພວມມຸ່ງໄປເຖິງຄາດໝາຍບັນລຸ 31 ຕື້ USD ໃນປີ 2017.

ພາບປະກອບ
       ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ຍ້ອນຜົນສະທ້ອນຈາກການຫັນປ່ຽນທີ່ບໍ່ອຳນວຍຂອງສະພາບເສດຖະກິດໂລກ ແລະ ບັນດາປະເທດຄູ່ຮ່ວມມືກໍ່ຕາມ, ແຕ່ຕາມການຄາດຄະເນຂອງບັນດານັກຊ່ຽວຊານແລ້ວ, ປີ 2018, ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະສືບຕໍ່ຟື້ນຕົວ. ບົດຂຽນ “ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບປີ 2018: ແງ່ຫວັງ ແລະ ສິ່ງທ້າທາຍ” ຂອງຈູງຖຸຍ, ນັກຂ່າວ VOV.
ປີ 2016 ແລະ ຕົ້ນປີ 2017, ຈຳນວນສັນຍາສັ່ງຊື້ສິນຄ້າຈາກບັນດາປະເທດຄູ່ຮ່ວມມືສົ່ງເຖິງ ຫວຽດນາມ ໄດ້ຫລຸດລົງຢ່າງແຮງ ເຮັດໃຫ້ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໄດ້ປະສົບກັບຄວາມຫຍຸ້ງຍາກ. ເມື່ອເຫັນແຈ້ງໄດ້ສິ່ງດັ່ງກ່າວ, ບັນດາວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບໄດ້ຕັ້ງໜ້າລົງທຶນປັບປຸງລະບົບການຜະລິດ, ສຸມໃສ່ເຂົ້າໃນບາງປະເພດສິນຄ້າທີ່ເປັນທ່າແຮງ, ຊອກຫາ, ເປີດກ້ວາງຕະຫຼາດ, ຍ້ອນເຫດນັ້ນ, ສະພາບການສົ່ງອອກຂອງຂະແໜງໄດ້ຮັບການປັບປຸງພໍສົມຄວນ. ໄລ່ຮອດໄຕມາດທີ 3, ວົງເງິນສົ່ງອອກທົ່ວຂະແໜງບັນລຸໄດ້ເກືອບ 23 ຕື້ USD. ຄາດວ່າ, ວົງເງິນສົ່ງອອກໃນໄຕມາດທີ 4 ອາດຈະບັນລຸ 8 ຕື້ USD, ອາດຈະຍົກວົງເງິນສົ່ງອອກຂອງທັງປີຂຶ້ນເຖິງ 31 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2016. ຖ້າຫາກບັນລຸໄດ້ຕົວເລກນີ້, ຫວຽດນາມ ຈະຢືນອັນດັບທີ 26 ໃນຍອດຈຳນວນບັນດາປະເທດທີ່ມີວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໃຫຍ່ສຸດໃນໂລກ.
ໝາກຜົນນີ້ໄດ້ສະແດງໃຫ້ເຫັນພື້ນຖານຢ່າງໜັກແໜ້ນຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບໃນປີ 2017 ແມ່ນຍ້ອນມີການກະກຽມຢ່າງລອບຄອບຖີ່ຖ້ວນ ຂອງບັນດາວິສາຫະກິດ ແລະ ແຜນນະໂຍບາຍການພັດທະນາອຸດສາຫະກຳສຳຮອງຂອງລັດຖະບານ, ແມ່ນກຳລັງໜູນ, ແມ່ນການຊຸກຍູ້ເພື່ອໃຫ້ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບພັດທະນາເຂັ້ມແຂງກ່ວາ. ປີ 2018 ໄດ້ຮັບການຄາດຄະເນຈະແມ່ນປີແຫ່ງຄວາມມັ່ງຄັ່ງຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ແລະ ລະດັບການເຕີບໂຕຂອງຂະແໜງອາດຈະຮັກສາຢູ່ໃນລະດັບ 2 ຕົວເລກ. ທ່ານ ຫງວຽນຊວນເຢືອງ, ປະທານສະພາບໍລິຫານງານບໍລິສັດໃຫຍ່ຕັດຫຍິບ ຮຶງອຽນ, ແບ່ງປັນວ່າ: ສຳລັບບັນດາວິສາຫະກິດໃຫຍ່, ຈຳນວນສັນຍາສັ່ງຊື້ສິນຄ້າໃນປີໜ້າຈະເພີ່ມຂຶ້ນຫຼາຍກ່ວາ. ແຕ່ເຖິງຢ່າງໃດກໍ່ຕາມ, ການຫລຸດລາຄາຢູ່ຕະຫຼາດພາກພື້ນຫຼາຍແຫ່ງ ຈະສົ່ງຜົນສະທ້ອນເຖິງການສົ່ງອອກຂອງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ:
        ປີ 2018, ຖ້າເວົ້າເລື່ອງຈຳນວນສິນຄ້ານັ້ນ, ແນ່ນອນວ່າຍັງຫຼາຍຢູ່ ແຕ່ລາຄາບັນດາປະເພດສິນຄ້າ, ເຂົາເຈົ້າໄດ້ກົດລາຄາລົງ, ຍ້ອນວ່າປະຈຸບັນ, ຂະແໜງຕ່ຳແຜ່ນຕັດຫຍິບຢູ່ບັນດາຕະຫຼາດລ້ວນແຕ່ໄດ້ຫລຸດລົງ. ນີ້ແມ່ນສິ່ງທີ່ໜ້າເປັນຫ່ວງໃຫ້ແກ່ບັນດາວິສາຫະກິດ. ປີຕໍ່ໄປ, ລາຄາອາດຈະຫລຸດລົງ ແຕ່ວ່າ ຈຳນວນເງິນເດືອນ ແລະ ບັນດາຄ່າໃຊ້ຈ່າຍຕ່າງໆຢູ່ ຫວຽດນາມ ລ້ວນແຕ່ເພີ່ມຂຶ້ນ. ຖ້າຫາກວິສາຫະກິດຢາກຄົງຕົວໄດ້ ມີພຽງເສັ້ນທາງໜຶ່ງດຽວແມ່ນເພີ່ມສະມັດຕະພາບແຮງງານ. ພວກຂ້າພະເຈົ້າຈະເຮັດແນວໃດເພື່ອຊອກຫາມາດຕະການເພີ່ມສະມັດຕະພາບ ແຮງງານຜ່ານການປັບປຸງເຕັກໂນໂລຢີ, ອຸປະກອນ ແລະ ບາງບັນຫາກ່ຽວກັບການຄຸ້ມຄອງວິສາຫະກິດ.
        ເປັນທີ່ຈະແຈ້ງແລ້ວວ່າ, ສະມັດຕະພາບແຮງງານແມ່ນມາດຕະການສຳຄັນພິເສດ ຄືທ່ານ ຫງວຽນຊວນເຢືອງ, ປະທານສະພາບໍລິຫານກຸ່ມບໍລິສັດໃຫຍ່ຕັດຫຍິບ ຮຶງອຽນ ຫາກໍ່ກ່າວມາຂ້າງເທິງ.  ທ່ານ ຟ້າມເຕີດຖັ໋ງ, ນັກຄົ້ນຄ້ວາຂັ້ນສູງກະຊວງອຸດສາຫະກຳການຄ້າ, ຖືວ່າ: ຕະຫຼາດນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຕົ້ນຕໍຂອງ ຫວຽດນາມ ພວມມີການຫັນປ່ຽນຢ່າງແຮງ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ພິເສດແມ່ນການປົກປ້ອງການຄ້າຊຶ່ງໄດ້ໄປຝືນກັບທ່າອ່ຽງການຄ້າເສລີ WTO:
        ຢູ່ບັນດາຕະຫຼາດໃຫຍ່, ພວມມີທ່າອ່ຽງປິດປະຕູຕະຫຼາດ. ຈຳກັດການເປີດປະຕູຕະຫຼາດ, ສົ່ງຜົນສະທ້ອນເຖິງຕະຫຼາດຂອງພວກເຮົາ. ທີສອງ, ການແກ່ງແຍ້ງຂອງບັນດາຄູ່ແຂ່ງ ແມ່ນໂດດເດັ່ນພໍສົມຄວນຄື: ປາກິດສະຖານ, ຈີນກຳລັງແກ່ງແຍ້ງຂອງຫວຽດນາມ ຕ້ອງບືນຕົວຂຶ້ນຈຶ່ງສາມາດຫລຸດພົ້ນອອກຈາກກຳລັງກົດດັນນີ້ໄດ້. ທີສາມ, ແມ່ນການລົງທຶນພັດທະນາເຕັກໂນໂລຢີການຜະລິດ ເພື່ອໄປທັນກັບທ່າອ່ຽງຂອງຍຸກສະໄໝ.
ພາບປະກອບ
      ຄາດວ່າ, ລະດັບການແກ່ງແຍ້ງຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຈະຮ້າຍແຮງກ່ວາ ໃນສະພາບຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຢີ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ສ້າງບັນດາການປ່ຽນແປງຢ່າງວ່ອງໄວກ່ຽວກັບວິທີການຜະລິດ ແລະ ການສະໜອງຜະລິດຕະພັນເຖິງຜູ້ບໍລິໂພກ ອຸປະໂພກ. ທ່ານ ຫວູດຶກຢາງ, ປະທານສະຫະສາມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ, ຖືວ່າ:
        ການຜະລິດຕ້ອງໄປຄຽງຄູ່ກັບການພັດທະນາເຕັກໂນໂລຢີ, ເຄື່ອງໝາຍການຄ້າ, ນຳເຄື່ອງໝາຍການຄ້າອອກສູ່ຕະຫຼາດ, ຕ້ອງເປັນເຈົ້າດ້ານເຕັກໂນໂລຢີພັດທະນາທັນສະໄໝ 4.0. ຕ້ອງເປັນເຈົ້າຂອງບັນດາຜະລິດຕະພັນອອກສູ່ຕະຫຼາດໂລກທີ່ຕິດເຄື່ອງໝາຍການຄ້າຂອງພວກເຮົາ. ພວກຂ້າພະເຈົ້າໄດ້ສະເໜີຕໍ່ລັດຖະບານກ່ຽວກັບການສະກັດກັ້ນເຄື່ອງໝາຍການຄ້າປອມ ທີ່ພວມນຳເຂົ້າ ຫວຽດນາມ, ສະຫະສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ປະຕິບັດຫຼາຍວຽກງານໃນເວລາດຽວເພື່ອສ້າງອຸດສາຫະກຳເຄື່ອງຕຳແຜ່ນຕັດຫຍິບພັດທະນາເປັນປົກກະຕິ, ຍືນຍົງ, ມີປະສິດທິຜົນ, ທິດທາງທີ່ຈະແຈ້ງ ແລະ ສ້າງກຳລັງໜູນທີ່ມີການອຸປະຖຳ, ໜູນຊ່ວຍກ່ຽວກັບນະໂຍບາຍ, ກົນໄກເປັນປົກກະຕິ ເພື່ອໃຫ້ບັນດາວິສາຫະກິດອຸ່ນອ່ຽນໃຈໃນການລົງທຶນພັດທະນາຂະແໜງອຸດສາຫະກຳຮັບປະກັນຄວາມຍືນຍົງໃນອະນາຄົດ.
        ເຖິງວ່າຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ, ກີດຂວາງຕໍ່ຈຸດໝາຍການເປີດກ້ວາງການຜະລິດ ແລະ ຍູ້ແຮງການສົ່ງອອກຂອງທົ່ວຂະແໜງກໍ່ຕາມ, ແຕ່ຄາດວ່າ, ແງ່ຫວັງຂອງຕະຫຼາດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃນປີ 2018 ແມ່ນມີຄວາມເປັນໄປໄດ້ສູງ. ໄລຍະຈະມາເຖິງ, ໄປຄຽງຄູ່ກັບການໜູນຊ່ວຍຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການໃນການແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກເພື່ອໃຫ້ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ພັດທະນາ, ວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ  ຈະກະກຽມທັງແຫຼ່ງກຳລັງກ່ຽວກັບທຶນຮອນ, ຕະຫຼາດ, ໝູນໃຊ້ແຕ່ລະສ່ວນໃນການປະຕິວັດອຸດສາຫະກຳ 4.0 ໃນວິວັດການລົງທຶນ, ການຜະລິດໃໝ່.  
 (ແຫຼ່ງຄັດຈາກ VOV)
 
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top