ລະອຽດແມ່ນ, ຍອດວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໃນເດືອນ ກໍລະກົດ ບັນລຸກວ່າ 4,670 ຕື້ USD, ເພີ່ມຂຶ້ນ 4,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ໃນ 7 ເດືອນຜ່ານມາ ບັນລຸກວ່າ 27 ຕື້ USD, ເພີ່ມຂຶ້ນ 2,67% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໝາກຜົນດັ່ງກ່າວໄດ້ສ່ອງແສງຄວາມມານະພະຍາຍາມກະໂດດຂັ້ນຂອງທົ່ວຂະແໜງໃນການຊອກຫາໃບສັ່ງຊື້ສິນຄ້າ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ.
ຈຸດເດັ່ນຂອງການສົ່ງອອກໃນ 7 ເດືອນຜ່ານມານັ້ນແມ່ນບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈຂອງໝວດສິນຄ້າ, ຄື: ເສັ້ນຝ້າຍ, ວັດສະດຸສຳຮອງເຄື່ອງຕ່ຳແຜ່ນຕັດຫຍິບ, ຜ້າແພ... ເລື່ອງບັນດາໝວດສິນຄ້ານີ້ໄດ້ຮັບການເຕີບໂຕຢ່າງແຮງ ໄດ້ເປັນການສະແດງໃຫ້ເຫັນທ່າອ່ຽງຫັນປ່ຽນຢ່າງຕັ້ງໜ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ, ບໍ່ພຽງແຕ່ຢຸດຢູ່ຂັ້ນຕອນຕັດຫຍິບເທົ່ານັ້ນ, ຫາກຍັງເປັນເຈົ້າການສະໜອງແຫຼ່ງວັດສະດຸສຳຮອງໃຫ້ແກ່ລະບົບຜະລິດທົ່ວໂລກເທື່ອລະກ້າວອີກດ້ວຍ.






