• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກຕາມໂຄຕາ-ທິດເດີນສົ່ງຜະລິດຕະພັນກະເສດ, ສິນໃນນ້ຳຢູ່ເຂດຕາເວັນຕົກພາກໃຕ້ຫວຽດນາມໄປຍັງຕະຫຼາດຈີນຢ່າງມີປະສິດທິຜົນ

      ໃນຈຳນວນບັນດາຄູ່ຮ່ວມມືເສດຖະກິດຂອງຫວຽດນາມ, ຈີນ ໄດ້ຮັບຖືວ່າແມ່ນຕະຫຼາດຈຳໜ່າຍທີ່ມີຂອບຂະໜາດ ແລະ ກຳລັງຊື້ຫຼາຍ. ນີ້ກໍ່ແມ່ນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ.


(ພາບປະກອບ: baodautu.vn)
      ປີ 2019 ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກ້ວາງການສົ່ງອອກສິນຄ້າໄປຍັງປະເທດຈີນ ດ້ວຍທາງທະເລ ຍ້ອນສິນຄ້າສົ່ງອອກໄປທາງທະເລຈະສະດວກກ່ວາ ແລະ ຄ່າໃຊ້ຈ່າຍຖືກກ່ວາ. ດ້ານອື່ນ, ເລື່ອງຈີນ ພວມຮັດແໜ້ນການກວດກາຄວາມປອດໄພດ້ານສະບຽງອາຫານ ແມ່ນໂອກາດສະດວກເພື່ອໃຫ້ຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ຍົກສູງຄຸນນະພາບ, ຮັກສາອິດທິພົນຊື່ສຽງ ແລະ ພາບພົດບົນຕະຫຼາດ. ທ່ານເຈືອງດິນເເຮວ, ເລຂາທິການໃຫ່ຍສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ໃຫ້ຮູ້ວ່າ:
     “ຂ້າພະເຈົ້າຄິດວ່ານີ້ແມ່ນເງື່ອນໄຂທີ່ດີຍ້ອນວ່າຄວາມຕ້ອງການຂອງຕະຫຼາດຈີນ ແມ່ນຫຼາຍ ແລະ ເຂົາເຈົ້າກໍ່ໄດ້ຮຽກຮ້ອງຕ້ອງການຄຸນພາບສູງກ່ວາ. ສະນັ້ນ, ຖ້າຫາກຄຸ້ມຄອງດີຈະສ້າງໃຫ້ມີສະພາບແວດລ້ອມທີ່ປອດໃສກ່ວາ, ຍຸດຕິທຳກ່ວາ ແລະ ຈະຊຸກຍູ້ບັນດາວິສາຫະກິດຂະໜາດໃຫ່ຍເຂົ້າຮ່ວມວິວັດການຊື້ຂາຍໄດ້”.


ເກັບກ່ຽວປາຈາ
 (ພາບ: TTXVN )
      ເພື່ອສາມາດສົ່ງອອກສິນຄ້າຕາມໂຄຕາເຂົ້າຈີນ ໄດ້, ບັນດາວິສາຫະກິດຫວຽດນາມ ຕ້ອງປະຕິບັດຕາມບັນດາຄຳຮຽກຮ້ອງທີ່ກ່ຽວຂ້ອງເຖິງກົດໝາຍ, ບັນດາຂໍ້ກຳນົດບັງຄັບຂອງຈີນ. ປະຈຸບັນ, ບາງມາດຖານກ່ຽວກັບຈຸລີນຖີຂອງຈີນ ພັດເຄັ່ງຄັດກ່ວາເມື່ອທຽບກັບຕະຫຼາດອາເມລິກາ, ເອີລົບ. ການສົ່ງອອກຕາມໂຄຕາເຂົ້າຈີນ ໄດ້ຕັ້ງບັນຫາວ່າວິສາຫະກິດຫວຽດນາມ ຕ້ອງປ່ຽນແປງຕາມທິດມີຄຸນນະພາບສູງກ່ວາ. ທ່ານນາງຟູ່ງທິທູເຮືອງ, ຜູ້ອຳນວຍການໃຫ່ຍບໍລິສັດການຄ້າ ແລະ ຂາອອກຂາເຂົ້າ GreenPath ຫວຽດນາມ ຖືວ່າ:
      ພວກເຮົາຕ້ອງສຸມໃສ່ຄຸ້ມຄອງດ້ານຄຸນນະພາບ. ຖ້າເຮັດໄດ້ຄືແນວນັ້ນຕ້ອງມີສູນຫຸ້ມຫໍ່, ຮັກສາ, ກວດກາຢູ່ແຕ່ລະແຂວງ. ນັ້ນຈະແມ່ນສາຂາທີ່ສຳຄັນທີ່ສຸດເພື່ອສົ່ງສິນຄ້າໄປຍັງດ່ານສາກົນແຫ່ງຕ່າງໆ
       ບໍ່ພຽງແຕ່ບັນດາສິນຄ້າຜະລິດຕະພັນກະເສດເທົ່ານັ້ນ, ຈີນ ກໍ່ນັບມື້ນັບໄດ້ຮັດແໜ້ນການຄຸ້ມຄອງສິນໃນນ້ຳອີກດ້ວຍ. ຕາມການສະຖິຕິຂອງອົງການພາສີຫວຽດນາມ ແລ້ວ, ແຕ່ລະປີ, ຫວຽດນາມ ໄດ້ສົ່ງສິນໃນນ້ຳ ໄປຈີນດ້ວຍມູນຄ່າແຕ່ 1.2 ຫາ 1.3 ຕືໂດລາສະຫະລັດ ແລະ ຫວຽດນາມ ແມ່ນປະເທດສະໜອງສິນໃນນ້ຳໃຫ່ຍອັນດັບທີ 3 ຂອງຈີນ. ປະຈຸບັນ, ຈີນ ພວມຫລຸດຜ່ອນປະລິມານການລ້ຽງປູກສິນໃນນ້ຳ ຍ້ອນບັນຫາສິ່ງແວດລ້ອມ ແລະ ອາກອນນຳເຂົ້າສິນໃນນ້ຳນຳເຂົ້າຈາກຫວຽດນາມ ພວມຖືກປັບປຸງຕາມທິດຕັ້ງໜ້າໃຫ້ແກ່ການສົ່ງອອກຕາມໂຄຕາ.
      ທີ່ບາງທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງ, ຫວ່າງແລ້ວນີ້ ມີຜູ້ຕາງໜ້າຂອງ 15 ວິສາຫະກິດນຳເຂົ້າເຂົ້າສານຈາກຈີນ ໂດຍປະທານສະຫະສະມາຄົມສະບຽງອາຫານຈີນ ເປັນຫົວໜ້າ ໄດ້ໄປທ້ອງຖິ່ນຕ່າງໆຄື: ອາຢາງ, ດົ່ງທາບ ແລະ ລອງອານ ເພື່ອເຊື່ອມຕໍ່ແລກປ່ຽນການຄ້າ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າກ່ຽວກັບເຂົ້າສານ. ນີ້ແມ່ນກາລະໂອກາດເພື່ອໂຄສະນາກ່ຽວກັບຄຸນນະພາບເຂົ້າສານຫວຽດນາມ, ຄວາມສາມາດບົ່ມຊ້ອນໃນການຜະລິດ ກໍ່ຄືແນະນຳພື້ນຖານດ້ານວັດຖຸ, ຄວາມສາມາດຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດຫວຽດນາມ.
      ທ່ານຟ້າມທ້ຽນເຫງ໋ຍ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ຖືວ່າ, ປີຜ່ານມາ, ເປັນຄັ້ງທຳອິດທີ່ວົງເງິນສົ່ງອອກຂອງທ້ອງຖິ່ນຕົນໄດ້ລື່ນກາຍຕົວເລກ 1 ຕື້ໂດລາສະຫະລັດ, ສ່ວນຫຼາຍແມ່ນຜະລິດຕະພັນກະເສດ, ສິນໃນນ້ຳ, ໃນນັ້ນຕະຫຼາດຈີນ ຍາມໃດກໍ່ກວມອັດຕາສ່ວນຫຼາຍໃນຈຳນວນຍອດວົງເງິນສົ່ງອອກ.
      “ໃນຊຸມປີຜ່ານມາ, ກໍ່ມີຫຼາຍວິສາຫະກິດທ້ອງຖິ່ນແມ່ນຄູ່ຮ່ວມມືກັບວິສາຫະກິດຈີນ ແລະ ການຮ່ວມມືທຳມາຫາກິນຈະດີກ່ວາ. ທາງແຂວງດົ່ງທາບ ກໍ່ຈະເປັນ ຂົວຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດໃນການແລກປ່ຽນ, ສົ່ງອອກ”.
 ດ້ວຍເລື່ອງຜະລິດຕະພັນກະເສດຈຳນວນໜຶ່ງຂອງຫວຽດນາມ ສົ່ງໄປຍັງຈີນ ຕ້ອງຕອບສະໜອງຫຼາຍຂໍ້ກຳນົດທີ່ເຂັ້ມງວດກ່ວານັ້ນ, ບັນດາວິສາຫະກິດຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກໃນໜຶ່ງໃນໄລຍະຕົ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນເວລາທີ່ຂະແໜງຜະລິດຕະພັນກະເສດ, ສິນໃນນ້ຳຕ້ອງມີການປ່ຽນແປງທີ່ເໝາະສົມ ເພື່ອສາມາດສວຍໃຊ້ກາລະໂອກາດຈາກຕະຫຼາດນີ້. ຍ້ອນວ່າ ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ແນ່ນອນໃນທ່າອ່ຽງການຄ້າໂລກ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top