• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ ເປີດສັງກາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Vladimir Putin ພາຍຫຼັງການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ຄືນໃໝ່ ອາຍຸການ 2024 – 2030 ໃນເດືອນ ມີນາ 2024.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ດັ້ງມິງຄອຍ (ພາບ: TTXVN)

ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 19 – 20 ມິຖຸນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Vladimir Putin ພາຍຫຼັງການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ຄືນໃໝ່ ອາຍຸການ 2024 – 2030 ໃນເດືອນ ມີນາ 2024. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສະຫະພັນລັດເຊຍ ດັ້ງມິງຄອຍ ຖືວ່າ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ຈະເປີດໜ້າປະຫວັດສາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

        “ສາຍພົວພັນລະຫວ່າງ 2 ປະເທດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ມີໄລຍະທາງປະຫວັດສາດແຫ່ງການພັດທະນາມາແຕ່ດົນນານ, ແຕ່ 2 ປະເທດຍັງມືເງື່ອນໄຂເພື່ອສືບຕໍ່ພັດທະນາສາຍພົວພັນນີ້. ສະນັ້ນ, ຂ້າພະເຈົ້າຫວັງວ່າ, ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ ເປີດໜ້າປະຫວັດສາດໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ບັນດາການນຳ 2 ປະເທດຈະເພີ່ມທະວີການແລກປ່ຽນ, ຊຸກຍູ້ບັນດາມາດຕະການເພື່ອປັບປຸງການພົວພັນໃນຂົງເຂດການຄ້າ ແລະ ການລົງທຶນ, ການພົວພັນປະແລກປ່ຽນປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ”.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top