• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ຄາດວ່າ, ໃນການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ຄັ້ງນີ້ສອງຝ່າຍຈະໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມືກວ່າ 10 ສະບັບໃນຫຼາຍຂົງເຂດທີ່ສຳຄັນ, ນັບແຕ່ລະດັບສູນກາງລົງຮອດຂັ້ນທ້ອງຖິ່ນ.
ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: VNA)

ການຢ້ຽມຢາມ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່. ນີ້ແມ່ນ​ຄຳ​ຢືນ​ຢັນ​ຂອງທ່ານ ທອງສະຫວັນ ພົມວິຫານ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່​ການ​ຕອບ​ສຳ​ພາດຕໍ່ນັກຂ່າວສຳນັກຂ່າວ ຫວຽດນາມ ປະຈຳ ລາວ ກ່ອນການເດີນ​ທາງ​ໄປຢ້ຽມຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ, ແຕ່ວັນທີ 08 - 09 ຕຸລາ 2026 ຂອງທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕາມຄຳເຊີນຂອງ​ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ.

ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ​ຊວງການ​ຕ່າງປະເທດ ລາວ ໄດ້ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນໄປໃນ​ສະ​ພາບ​ທີ່ການພິເສດ, ເມື່ອສອງປະເທດ​ພວມເຂົ້າສູ່ປີທຳອິດຂອງການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະຕິກອງປະຊຸມໃຫຍ່​ຄັ້ງທີ 12 ຂອງ​ພັກກອມ​ມູ​ນິດ ລາວ ແລະ ກອງປະ​ຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ; ລາວ ຫາກໍ່ສຳເລັດການ​ເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ 10 ແລະ ນາຍົກລັດຖະມົນຕີ​ອາ​ຍຸ​ການໃໝ່ທີ່ກອງ​ປະ​ຊຸມເທື່ອທີ 2 ສະພາແຫ່ງຊາດຊຸດທີ 10, ຫວຽດນາມ ກໍ່​ພວມ​ຈັດກອງປະຊຸມໃຫຍ່​ເທື່ອທີ 4 ຄະນະບໍ​ລິ​ຫານ​ງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ແລະ ກະກຽມ​ໃຫ້​ແກ່ກອງປະຊຸມ​ສະ​ໄໝ​ສາ​ມັ​ນສະພາແຫ່ງຊາດຊຸດທີ 16...

​ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ໃຫ້​ຮູ້ວ່າ ​ຄາດ​ວ່າ, ໃນການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ​ເລ​ມິນ​ຮຶງ ຄັ້ງນີ້ສອງຝ່າຍຈະໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມືກວ່າ 10 ສະບັບໃນຫຼາຍຂົງເຂດທີ່ສຳຄັນ, ນັບແຕ່ລະດັບສູນກາງ​ລົງ​ຮອດ​ຂັ້ນທ້ອງຖິ່ນ. ໃນ​ຂອບ​​ເຂດ​ການຢ້ຽມຢາມ ຈະຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້ແທນປະມານ 1.000 ຄົນ ທີ່​ຕ່າງ​ໜ້າ​ໃຫ້​ບັນ​ດາອົງການ​ຄຸ້ມ​ຄອງລັດ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂອງທັງສອງປະເທດ. ທ່ານກໍ່ເນັ້ນໜັກວ່າ ລາວ ຫວັງວ່າ, ການຢ້ຽມຢາມຄັ້ງນີ້ຈະສ້າງ​ບາດກ້າວສຳຄັນໃນ​ການຍົກ​ລະ​ດັບ​ການຮ່ວມ​ມີ​ດ້ານເສດຖະກິດ​ໃຫ້​ທຽບ​ເທົ່າ​ກັບ​ການພົວພັນດ້ານການເມືອງພິເສດລະ​ຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top