• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດຢ່າງຈົບງາມ

      ຕອນບ່າຍວັນທີ 25 ພະຈິກ (ຕາມເວລາຢູ່ຍີ່ປຸ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງອອກຈາກສະໜາມບິນສາກົນ Haneda (ໂຕກຽວ) ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 22 – 25 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢ່າງຈົບງາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງອອກຈາກສະໜາມບິນສາກົນ Haneda ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ
      ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ຍີ່ປຸ່ນ ດ້ວຍຫົວຂໍ້ “ຫວຽດນາມ - ຍີ່ປຸ່ນ ຍົກລະດັບການພົວພັນ, ຮ່ວມມື ພ້ອມກັນພັດທະນາ”.
       ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ວິສາຫະກິດ ຍີ່ປຸ່ນ ທີ່ໄດ້ແບ່ງປັນຄວາມຫຍຸ້ງຍາກ ແລະ ປະກອບສ່ວນພ້ອມກັບ ຫວຽດນາມ ໃນບັ້ນປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ມີຈຸດພົ້ນເດັ່ນຫຼາຍຢ່າງໃຫ້ນັກລົງທຶນ ຍີ່ປຸ່ນ ອຸ່ນອ່ຽນໃຈລົງທຶນດ້ວຍຂອບຂະໜາດໃຫຍ່ ແລະ ຍາວນານກວ່າ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ:
        ພວກຂ້າພະເຈົ້າຮັບປະກັນກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ລະບອບລະບຽບການ ແລະ ໃນຕົວຈິງ, ພວກຂ້າພະເຈົ້າກໍພວມດຳເນີນວຽກງານນີ້ຢ່າງມີປະສິດທິຜົນ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍພວມປະຕິບັດ 3 ບຸກທະລຸຍຸດທະສາດ. ທີໜຶ່ງແມ່ນ ສ້າງລະບອບລະບຽບການໃຫ້ສຳເລັດເທື່ອລະກ້າວ ເພື່ອຮັບໃຊ້ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະ  ບັນລຸມາດຖານສາກົນ. ທີສອງແມ່ນ ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ປະຕິຮູບລະບຽບການບໍລິຫານໃຫ້ກະທັດຣັດ, ຫຼຸດຜ່ອນລາຍຈ່າຍສົ້ນເຂົ້າຂອງວິສາຫະກິດ ແລະ ນັກລົງທຶນ. ທີສາມແມ່ນ ບຸກທະລຸກ່ຽວກັບພື້ນຖານໂຄງລ່າງ.”
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ຍີ່ປຸ່ນ
      ໃນກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມພິທີມອບຂໍ້ຕົກລົງວ່າດ້ວຍການຮ່ວມມື 40 ສະບັບ ໃນຫຼາຍຂົງເຂດທີ່ແຕກຕ່າງກັນລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ລະຫວ່າງສອງປະເທດ ຫວຽດນາມ - ຍີ່ປຸ່ນ.
  ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide, ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ ຍີ່ປຸ່ນ ຈຳນວນໜຶ່ງ, ຕ້ອນຮັບປະທານຄະນະກຳມະການເສດຖະກິດ ຫວຽດນາມ - ຍີ່ປຸ່ນ; ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ ແລະ ອື່ນໆ.  
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top