• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປະກອບສ່ວນແທດຈິງໃນການພົວພັນສັງລວມ ຫວຽດນາມ - ຈີນ

ກ່ຽວກັບຄວາມໝາຍຂອງການຢ້ຽມຢາມສຳລັບການພົວພັນສັງລວມຂອງສອງປະເທດ, ທ່ານຮອງລັດຖະມົນຕີ ຜູ້ປະຈຳການ ຫງວຽນມິງຫວູ ໃຫ້ຮູ້ວ່າ: ອີກເທື່ອໜຶ່ງ, ການຢ້ຽມຢາມໄດ້ສະແດງຈະແຈ້ງສານກ່ຽວກັບແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຖືການພົວພັນກັບປະເທດບ້ານໃກ້ເຮືອນຄຽງກັບ ຈີນ ເປັນສຳຄັນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ (ພາບ: VOV)

ຕອນບ່າຍວັນທີ 12 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ຈ້າວເລີ້ຈີ້, ປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດນັກຂ່າວຕິດຕາມຄະນະກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້.

ກ່ຽວກັບຄວາມໝາຍຂອງການຢ້ຽມຢາມສຳລັບການພົວພັນສັງລວມຂອງສອງປະເທດ, ທ່ານຮອງລັດຖະມົນຕີ ຜູ້ປະຈຳການ ຫງວຽນມິງຫວູ ໃຫ້ຮູ້ວ່າ: ອີກເທື່ອໜຶ່ງ, ການຢ້ຽມຢາມໄດ້ສະແດງຈະແຈ້ງສານກ່ຽວກັບແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຖືການພົວພັນກັບປະເທດບ້ານໃກ້ເຮືອນຄຽງກັບ ຈີນ ເປັນສຳຄັນ. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດເທົ່ານັ້ນ ຫາກຍັງສຳລັບການພົວພັນສັງລວມຂອງສອງພັກ, ສອງລັດໃນຫຼາຍຂົງເຂດ, ຈາກການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືແທດຈິງ, ພິເສດແມ່ນດ້ານເສດຖະກິດ - ການຄ້າ, ການລົງທຶນ, ການເຊື່ອມຕໍ່ທາງຄົມມະນາຄົມ, ສົມທົບຫຼາຍຝ່າຍ, ພົວພັນແລກປ່ຽນປະຊາຊົນ, ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນບົນທະເລອີກດ້ວຍ.

ຕາມທ່ານຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມິງຫວູ ແລ້ວ, ດ້ວຍບັນດາໝາກຜົນອຸດົມສົມບຸນ, ແທດຈິງ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຍັງ ຈີນ ສືບຕໍ່ແມ່ນບາດກ້າວເດີນໃໝ່ໃນການພົວພັນສອງປະເທດ,  ສະແດງການປະກອບສ່ວນສຳຄັນ, ແທດຈິງຂອງອົງການນິຕິບັນຍັດສຳລັບການພັດທະນາສັງລວມຂອງການພົວພັນລະຫວ່າງສອງພັກ, ສອງປະເທດ ຫວຽດນາມ - ຈີນ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top