• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກປະກອບສ່ວນສຳຄັນເຂົ້າໃນການນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ - ລາວເຂົ້າສູ່ລວງເລິກ

      ການຢ້ຽມຢາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພ້ອມທັງແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງ ທ່ານ ຫງວຽນຊວັນຟຸກ ໃນຖານະເປັນປະທານປະເທດ.
ວັນທີ 5 ກໍລະກົດ 2020, ຢູ່ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: TTXVN)
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ພ້ອມກັບພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 – 10 ສິງຫາ 2021.
ການຢ້ຽມຢາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພ້ອມທັງແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງ ທ່ານ ຫງວຽນຊວັນຟຸກ ໃນຖານະເປັນປະທານປະເທດ.
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ສາຍພົວພັນພິເສດຫວຽດນາມ - ລາວໂດຍການນຳລຸ້ນຕ່າງໆສືບທອດ ແລະ ປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູນຄຸນສ້າງ. ທ່ານເອກອັກຄະລັດຖະທູດ ຖືວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການພັດທະນາໃນສະໄໝໃໝ່. ຫວຽດນາມຄວນສືບຕໍ່ປະຕິບັດການເພີ່ມທະວີການພົວພັນໃຫ້ດີກ່ວາອີກ ແລະ ການຮ່ວມມືຢ່າງສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພິເສດແມ່ນລະຫວ່າງ ພັກກອມມູນິດ ຫວຽດນາມ ກັບພັກປະຊາຊົນປະຕິວັດ ລາວ, ການພົວພັນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອປັບປຸງໃຫ້ກາຍເປັນເສົາຄ້ຳໝັ້ນແກ່ນກ່ວາອີກ.
      ພ້ອມທັງສອງຝ່າຍສຸມໃສ່ຢ່າງແຮງກ່ວາອີກເຂົ້າໃນສອງບັນຫາໃຫຍ່. ນັ້ນແມ່ນຍົກລະດັບການພົວພັນເສດຖະກິດ - ການຄ້າ - ການລົງທຶນ ທີ່ເໝາະສົມກັບການພົວພັນດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງວຽກງານການສຶກສາ, ເຜີຍແຜ່ໂຄສະນາ ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບມູນເຊື້ອ, ຄວາມໝາຍຍຸດທະສາດ ແລະ ຄວາມສຳຄັນພິເສດຂອງການພົວພັນ ລະຫວ່າງ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top