• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງ ຫວຽດນາມ - ລາວ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ຜູກພັນ, ໄວ້ເນື້ອເຊື່ອໃຈ​ກັນ

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາການພົວພັນພິເສດ ຫວຽດນາມ - ລາວ, ຖືນັ້ນແມ່ນຊັບສົມບັດອັນລຳຄ່າ
ກອງປະຊຸມຈັດຂຶ້ນຢູ່ແຂວງ ກ໋ວາງບິ່ງ (ພາບ:VOV)

ຕອນເຊົ້າວັນທີ 12 ກັນຍາ, ທີ່ນະຄອນ ດົ່ງເຫີຍ, ແຂວງ ກ໋ວາງບິ່ງ, ໄດ້ດຳເນີນກອງປະຊຸມກາງສະໄໝຂອງ 2 ຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ກ່ຽວກັບການຜັນຂະຫຍາຍສັນຍາຮ່ວມມືສອງຝ່າຍ ໄລຍະ 2021 – 2025 ແລະ ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືປີ 2023.

ການປະຕິບັດສັນຍາກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025, ບັນດາຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງສອງປະເທດປີ 2021, ປີ 2022 ແລະ 6 ເດືອນຕົ້ນປີນີ້ບັນລຸໄດ້ເປົ້າໝາຍວາງອອກໂດຍພື້ນຖານ. ການພົວພັນ ຫວຽດນາມ - ລາວ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ຜູກພັນ, ໄວ້ເນື້ອເຊື່ອໃຈກັນ, ຮັກສາບົດບາດແກ່ນສານ ກຳນົດທິດການພົວພັນສັງລວມຂອງສອງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ເນັ້ນໜັກວ່າ: ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາການພົວພັນພິເສດ ຫວຽດນາມ - ລາວ, ຖືນັ້ນແມ່ນຊັບສົມບັດອັນລຳຄ່າ, ມີຄວາມໝາຍເປັນຕາຍໃນພາລະກິດປະຕິວັດຂອງແຕ່ລະປະເທດ. ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງປະເທດສືບຕໍ່ໜູນຊ່ວຍ, ສົມທົບກັນຕໍ່ສູ້ສະກັດກັ້ນບັນດາກຳລັງເປັນປໍລະປັກຢ່າງມີປະສິດທິຜົນ… ກ່ຽວກັບການຮ່ວມມືເສດຖະກິດ, ວິສາຫະກິດ ຫວຽດນາມ ລົງທຶນເຂົ້າລາວ 241 ໂຄງການ, ດ້ວຍຍອດເງິນຈົດທະບຽນເກືອບ 5,5 ຕື້ໂດລາສະຫະລັດ. ວົງເງິນການຄ້າ ຫວຽດນາມ - ລາວ ໃນ 6 ເດືອນຕົ້ນປີບັນລຸກ່ວາ 833 ລ້ານໂດລາສະຫະລັດ. ທ່ານລັດຖະມົນຕີ ຫງວຽນຈີ໋ຢຸ້ງ, ເນັ້ນໜັກວ່າ:

“ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊາບຊຶມເນື້ອໃນຂໍ້ຕົກລົງຂອງການນຳຂັ້ນສູງ, ບັນດາເອກະສານກ່ຽວກັບການພົບປະປະຈຳປີລະຫວ່າງກົມການເມືອງສູນກາງພັກຂອງສອງປະເທດ; ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືປະຈຳປີລະຫວ່າງ 2 ລັດຖະບານ; ສົມທົບກັນ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງສູ້ຊົນປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ປີ 2023 ແລະ ສັນຍາຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top