• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງຫວຽດນາມ-ອີຕາລີ ພວມຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ

ດ້ານເສດຖະກິດ, ການແລກປ່ຽນການຄ້າໄດ້ເພີ່ມຂຶ້ນກະໂດດຂັ້ນ, ທົບ 3 ເທົ່າໃນຮອບເວລາ 10 ປີຜ່ານມາ (ຈາກ 1,5 ຕື້ USD ໃນປີ 2009 ເພີ່ມຂຶ້ນກວ່າ 4,6 ຕື້ USD ໃນປີ 2018).


ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນທິບິ໊ກເຫ້ວ

ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ 

(ພາບ: TTXVN)

ຜ່ານໄລຍະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນລະຫວ່າງຫວຽດນາມ - ອີຕາລີ ຍັງຄົງນອນໃນທ່າພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ຈາກດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ການຮ່ວມມືທາງທ້ອງຖິ່ນ. ນັ້ນແມ່ນຄຳຢືນຢັນຂອງທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນທິບິ໊ກເຫ້ວ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳອີຕາລີ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte ໃກ້ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມ “ການສົນທະນາຂັ້ນສູງກ່ຽວກັບການພົວພັນດ້ານເສດຖະກິດອາຊຽນ - ອີຕາລີ ຄັ້ງທີ 3” ເຊິ່ງຈະດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ ໃນລະຫວ່າງວັນທີ 05 – 06 ມິຖຸນາ.

        ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ ໃຫ້ຮູ້ວ່າ, ກ່ຽວກັບດ້ານເສດຖະກິດ, ການແລກປ່ຽນການຄ້າໄດ້ເພີ່ມຂຶ້ນກະໂດດຂັ້ນ, ທົບ 3 ເທົ່າໃນຮອບເວລາ 10 ປີຜ່ານມາ (ຈາກ 1,5 ຕື້ USD ໃນປີ 2009 ເພີ່ມຂຶ້ນກວ່າ 4,6 ຕື້ USD ໃນປີ 2018). ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ກວ່າໝູ່ຂອງອີຕາລີ ຢູ່ອາຊຽນ ແລະ ກົງກັນຂ້າມ, ອີຕາລີ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນກັບທີ 3 ຂອງຫວຽດນາມ ໃນສະຫະພາບເອີລົບ (EU).

        ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ ກໍ່ໃຫ້ຮູ້ວ່າ, ເວທີປາໄສຂັ້ນສູງອາຊຽນ - ອີຕາລີ ຄັ້ງນີ້ ແມ່ນເວທີປາໄສສຳຄັນເພື່ອເຊື່ອມຕໍ່ການນຳລັດຖະບານ, ວິສາຫະກິດບັນດາປະເທດອາຊຽນ ແລະ ອີຕາລີ ໂດຍກົງ. ຜ່ານການສົນທະນາ, ປະຊາຄົມວິສາຫະກິດອີຕາລີ ຈະເຂົ້າໃຈກ່ຽວກັບຜົນປະໂຫຍດຂອງການຮ່ວມມືລົງທຶນ ແລະ ການຄ້າກັບບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top