ຕອນຄ່ຳວັນທີ 14 ມິຖຸນາ, ໃນຂອບເຂດສັບປະດາດົນຕີສາກົນ ເຫ້ວ 2026, ລາຍການສະແດງ ຄ່ຳຄືນສະແດງດົນຕີ ຈິ້ງກົງເຊີນ ໄດ້ຈັດຂຶ້ນຢູ່ເວທີສະແດງແຄມແມ່ນ້ຳ ເຮືອງ, ນະຄອນ ເຫ້ວ, ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍ.
(ຄ່ຳຄືນສະແດງດົນຕີ ຈິ້ງກົງເຊີນ)
ຕາມຄະນະຈັດຕັ້ງແລ້ວ, ຄ່ຳຄືນສະແດງດົນຕີ ຈິ້ງກົງເຊີນ ບໍ່ພຽງແຕ່ເຊີດຊູມໍລະດົກດົນຕີຂອງນັກດົນຕີທີ່ຕິດພັນຢ່າງເລິກເຊິ່ງກັບ ເຫ້ວ ເທົ່ານັ້ນ, ຫາກຍັງສ້າງເຂດພົບປະແລກປ່ຽນສິລະປະ, ເຊື່ອມຕໍ່ບັນດາຜູ້ນິຍົມດົນຕີຜ່ານຫຼາຍລຸ້ນຄົນອີກດ້ວຍ. ທ່ານ ຫງວຽນເຟືອກຫາຍຈຸງ, ຮອງຫົວໜ້າສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫ້ວ, ຮອງຫົວໜ້າຄະນະຈັດງານ Festival ເຫ້ວ, ໃຫ້ຮູ້ວ່າ:
“ສຳລັບຊາວ ຫວຽດນາມ ເວົ້າລວມ ແລະ ຊາວ ເຫ້ວ ເວົ້າສະເພາະ, ດົນຕີ ຈິ້ງກົງເຊີນ ຍາມໃດກໍ່ມີທີ່ຕັ້ງພິເສດ. ນີ້ແມ່ນມໍລະດົກສິລະປະລ້ຳຄ່າ, ປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າວັດທະນະທຳ ເຫ້ວ ຜ່ານພາສາດົນຕີ. ເມື່ອ ເຫ້ວ ຈັດການສະແດງດົນຕີ ຈິ້ງ ແຕ່ລະເທື່ອນັ້ນ ກໍ່ລ້ວນແຕ່ໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫຼວງຂອງມະຫາຊົນ”.
ສັບປະດາສະແດງດົນຕີສາກົນ ເຫ້ວ 2026 ຖືກຈັດຂຶ້ນແຕ່ວັນທີ 13 – 18 ມິຖຸນາ ດ້ວຍການເຂົ້າຮ່ວມຂອງນັກສິລະປິນຫຼາຍຄົນ ແລະ ຄະນະສີລະປະກອນທີ່ມາຈາກ ຫວຽດນາມ, ຝລັ່ງ, ແອັດສະປາຍ, ອົດສະຕາລີ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
(ແຫຼ່ງຄັດຈາກ VOV)