• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກ​ນະ​ໂຍ​ບາຍ​ສຶກ​ສາ​ລຳ​ລຸງ​ສ້າງ​ຕ້ອງ​ໄດ້​ວັດ​ແທກ​ດ້ວຍ​ຄວາມ​ກ້າວ​ໜ້າ, ຄວາມ​ຜາ​ສຸກ ແລະ ອະ​ນາ​ຄົດ​ຂອງ​ນັກ​ຮຽນ

ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ສົກ​ຮຽນ 2026 – 2027 ແມ່ນ​ການ​ທົດ​ລອງ​ທຳ​ອິດ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 71 ຂອງ​ກົມ​ການ​ເມືອງ ໃນ​ຕົວ​ຈິງ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ຊີ້​ນຳ (ພາບ: vov)  

ຕອນ​ເຊົ້າ​ວັນ​ທີ 15 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກກອມ​ມູນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຂະ​ແໜງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງກັບ​ວຽກ​ງານ​ກະ​ກຽມ​ສົກ​ຮຽນ​ໃໝ່ 2026 – 2027 ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 71 ​ສະ​ບັບອອກ​ໃນ​ວັນ​ທີ 22 ສິງ​ຫາ 2025 ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ການ​ບຸກ​ທະ​ລຸ​ພັດ​ທະ​ນາ​ການ​ສຶກ​ສາ​ບຳ​ລຸງ​ສ້າງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ສົກ​ຮຽນ 2026 – 2027 ແມ່ນ​ການ​ທົດ​ລອງ​ທຳ​ອິດ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 71 ຂອງ​ກົມ​ການ​ເມືອງ ໃນ​ຕົວ​ຈິງ. ດັ່ງ​ນັ້ນ, ບັນ​ດາ​ທ້ອງ​ຖິ່ນ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮັບ​ປະ​ກັນ​ພື້ນ​ຖານ​ວັດ​ຖຸ, ໂຮງ​ຮຽນ, ຫ້ອງ​ຮຽນ, ປຶ້​ມ​ຕາ​ລາ​ຮຽນ, ​ວັດ​ຖຸ​ອຸ​ປະ​ກອນ​ຢ່າງ​ພຽງ​ພໍ​ໂດຍ​ພື້ນ​ຖານ​ໃຫ້​ແກ່​ສົກ​ປີ​ໃໝ່; ຢຶດ​ໝັ້ນ​ບໍ່​ປະ​ໃຫ້​ນັກ​ຮຽນ​ຄົນ​ໃດປະຮຽນ​ຍ້ອນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ນະ​ໂຍ​ບາຍ​ຕ້ອງ​ປະ​ຕິ​ບັດ​ຕາມຫຼັກ​ການ ບ່ອນ​ໃດ​ປະ​ສົບ​ກັບ​ຄວາມ​ຫຍ​ຸ້ງ​ຍາກກວ່າ ບ່ອນ​ນັ້ນ​ໄດ້​ຮັບ​ການ​ໜູນ​ຊ່ວຍຫຼາຍກວ່າ, ຄູ​ສອນ​ຢູ່​ບ່ອນ​ໃດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໄດ້​ຮັບ​ນະ​ໂຍ​ບາຍ​ດີກວ່າ. ສຳ​ລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ສູງ, ຊາຍ​ແດນ, ທະ​ເລ​ໝູ່​ເກາະ, ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ຂັ້ນ​ອະ​ນຸ​ບານ, ຮຽນ​ພາ​ສາ​ຫວຽດ​ກ່ອນ​ເຂົ້າ​ປໍ 1, ເຄິ່ງ​ກິນນອນ, ຄາບ​ເຂົ້າ​ຢູ່​ໂຮງ​ຮຽນ, ຫ້ອງ​ປະ​ຕິ​ບັດ​ງານ​ຂອງ​ຄູ​ສອນ, ເສັ້ນ​ທາງ​ໄປ​ຍັງ​ໂຮງ​ຮຽນ​ທີ່​ປອດ​ໄພ. ຢູ່​ບ່ອນ​ນີ້, ໂຮງ​ຮຽນ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ສອນ​​ໜັງ​ສື​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ການ​​ຊາ​ຍ​ຄ່າ​ລວມ​ຊຸມ​ຊ​ົນ, ປະ​ກອບ​ສ່ວນ​ຮັກ​ສາ​ວັດ​ທະ​ນະ​ທຳ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ປົກ​ປ້ອງ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top