• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນພວມພັດທະນາອັນດີງາມ


ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຕ້ອນ​ຮັບ ທ່ານ Kunio Umeda ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ແລະ ພັນ​ລະ​ຍາ
​          ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Kunio Umeda ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ແລະ ພັນ​ລະ​ຍາ ເຂົ້າ​ຢ້ຽມ​ຂ່ຳ​ນັບ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ມາ​ຮັບ​ຫນ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ ແລະ ເນັ້ນ​ຫນັກ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ຮັບ​ຫນ້າ​ທີ່​ໃນ​ສະ​ພາ​ວະ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ ແລະ ຍີ່​ປຸ່ນ ພວມ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ບັນ​ດາ​ຂົງ​ເຂດ ການ​ເມືອງ, ເສດ​ຖະ​ກິດ ການ​ຄ້າ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ: ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ສຳ​ຄັນ​ສຳ​ລັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2017 ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ ແລະ ພະ​ລາ​ຊາ​ນີ. ທ່ານ​ປະ​ທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ ຈະ​ເປັນ​ຂີດ​ໝາຍ​ໃຫມ່​ມີ​ຄວາມ​ສຳ​ຄັນ​ພິ​ເສດ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ Kunio Umeda ຢືນ​ຢັນ ຈະ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຝ່າຍ ຫວຽດ​ນາມ ເພື່ອ​ກະ​ກຽມ​ໃຫ້​ແກ່​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​​ພະເຈົ້າ​ຈັກ​ກະ​ພັດ ແລະ ພະ​ລາ​ຊາ​ນີ ແລະ ຢາກ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມເພື່ອ​ໃຫ້​ທ່າ​ນ​ສຳ​ເລັດ​ຫນ້າ​ທີ່​ເປັນ​ຂົວ​ຕໍ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຫວຽດ​ນາມ. 
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top