• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະເອີລົບ 2021: ຄູ່ຮ່ວມມື ຫວຽດນາມ - ສະຫະພາບ ເອີລົບ (EU)ໄລຍະຫຼັງໂລກລະບາດໂຄວິດ - 19

      ກ່າວຄຳເຫັນທີ່ເຫດການ, ທ່ານ Alain Cany ປະທານ EuroCham ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍບັນດາວິສາຫະກິດ ເອີລົບໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19
ກອງປະຊຸມ “ການພົບປະເອີລົບ 2021: ຄູ່ຮ່ວມມືຫວຽດນາມ - ສະຫະພາບເອີລົບ (EU) ໄລຍະຫຼັງໂລກລະບາດໂຄວິດ - 19”
      ວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມ “ການພົບປະເອີລົບ 2021: ຄູ່ຮ່ວມມືຫວຽດນາມ - ສະຫະພາບເອີລົບ (EU) ໄລຍະຫຼັງໂລກລະບາດໂຄວິດ - 19” ແລະ ປະກາດປຶ້ມປົກຂາວ Eurocham 2021. ເຫດການມີການເຂົ້າຮ່ວມຂອງ ການນຳກ່ວາ 150 ທີ່ມາຈາກບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ.
      ກ່າວຄຳເຫັນທີ່ເຫດການ, ທ່ານ Alain Cany ປະທານ EuroCham ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍບັນດາວິສາຫະກິດ ເອີລົບໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19, ທ່ານເນັ້ນໜັກວ່າ ສິ່ງສຳຄັນທີ່ສຸດໃນປັດຈຸບັນ ແມ່ນສອງຝ່າຍຕ້ອງສຸມໃສ່ຕໍ່ອະນາຄົດ ຂອງການຄ້າ ແລະ ການລົງທຶນ EU - ຫວຽດນາມ. ທ່ານ ກໍ່ມີຄວາມຫວັງວ່າ ການຄ້າ ຫວຽດນາມ - EU ຈະຟື້ນຟູໂດຍໄວພາຍຫຼັງໂລກລະບາດໂຄວິດ - 19 ແລະມຸ່ງໄປເຖິງອະນາຄົດທີ່ສົດໄສ ແລະ ມີການວັດທະນາຖາວອນກ່ວາອີກ.
      ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ຢັ້ງຢືນວ່າ:
      ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືກັບເອີລົບຢ່າງແຮງຜ່ານບັນດານະໂຍບາຍການຄ້າ ທີ່ເໝາະສົມ ແລະ ມີປະສິດທິຜົນຢ່າງແທ້ຈິງ ຢູ່ລະດັບມະຫາພາກ ເພື່ອແນໃສ່ສ້າງກຳລັງໜູນໃຫ້ການຮ່ວມມືສອງຝ່າຍ ພ້ອມກັນພັດທະນາ. ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ອຳນາດການປົກຄອງທ້ອງຖິ່ນ ຫວຽດນາມ ຍັງພວມສືບຕໍ່ມານະພະຍາຍາມ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ ຕາມທິດສະດວກ, ປະຕິຮູບການບໍລິຫານຢູ່ທຸກຂັ້ນ, ມີກົນໄກດຶງດູດແຫຼ່ງກຳລັງ, ປະຕິບັດໂຄງປະກອບດ້ານເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບເຕີບໂຕຕາມທິດລວງເລິກ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ຄູ່ຮ່ວມມືເອີລົບ ທີ່ມາລົງທຶນຢູ່ ທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top