• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ຄາດວ່າຈະຈັດຂຶ້ນຢູ່ ຮ່າໂນ້ຍ.

ເລື່ອງ ອີຕາລີ ເລືອກເອົາ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ໄດ້ສະແດງອອກໃຫ້ເຫັນສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ອີຕາລີ.
ວັນທີ 18 ທັນວາ, ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຕ້ອນຮັບທ່ານ Enrico Letta ອະດີດນາຍົກລັດຖະມົນຕີ ອີຕາລີ ເພື່ອປຶກສາຫາລື ແຜນການຈັດຕັ້ງ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ຄາດວ່າຈະດຳເດີນຢູ່ນະຄອນ ຮ່າໂນ້ຍ ໃນປີ 2019.


ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ຖ່າຍຮູບກັບ ປະມຸກລັດ ອີຕາລີ ແລະ ບັນດາສະມາຊິກໃນຄະນະ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ Enrico Letta ອະດີດນາຍົກລັດຖະມົນຕີ ອີຕາລີ ໃຫ້ຮູ້ວ່າ ເລື່ອງ ອີຕາລີ ເລືອກເອົາ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ໄດ້ສະແດງອອກໃຫ້ເຫັນສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ອີຕາລີ. ນີ້ຍັງແມ່ນການເລີ່ມຕົ້ນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ເພາະວ່ານອກຈາກຄະນະຜູ້ແທນບັນດາວິສາຫະກິດໃຫຍ່ແລ້ວ, ອີຕາລີ ກໍ່ຈະເຊີນຜູ້ຕາງໜ້າຂອງສະຫະພາບເອີຣົບ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ ເຂົ້າຮ່ວມເຫດການເປັນການສະແດງໃຫ້ເຫັນວ່າ ອີຕາລີ ແມ່ນປະຕູຍຸດທະສາດເຂົ້າສູ່ສະຫະພາບເອີຣົບ ແລະ ຫວຽດນາມ ກໍ່ຈະແມ່ນປະຕູເພື່ອໃຫ້ບັນດາຄູ່ຮ່ວມມືກ້າວເຂົ້າສູ່ພາກພື້ນອາຊຽນ.

ສ່ວນທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ຢັ້ງຢືນວ່າ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ແມ່ນໜຶ່ງໃນບັນດາເຫດການທີ່ສຳຄັນທາງດ້ານເສດຖະກິດ - ການເມືອງ ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ຮ່າໂນ້ຍຈະຮ່ວມມືຢ່າງແໜ້ນແຟ້ນ ກັບສະຖານທູດ ອີຕາລີ ປະຈຳ ຫວຽດນາມ ເພື່ອຈັດຕັ້ງ ເຫດການດັ່ງກ່າວໃຫ້ປະສົບຜົນສຳເລັດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top