• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພັດທະນາເສດຖະກິດດີຈີຕອນເປີດກາລະໂອກາດເຕີບໂຕໄວໃຫ້ແກ່ ຫວຽດນາມ

      ຕາມການຄົ້ນຄວ້າຫວ່າງມໍ່ໆມານີ້ຂອງ Google ແລະ Temasek (ສິງກະໂປ), ເສດຖະກິດດີຈີຕອນຂອງຫວຽດນາມ ບັນລຸໄດ້ປະມານ 3 ຕື້ USD ໃນປີ 2015, ເພີ່ມຂຶ້ນ 9 ຕື້ USD ໃນປີ 2018 ແລະ ຄາດຄະເນວ່າຈະບັນລຸ 30 ຕື້ USD ໃນປີ 2025.

(ພາບປະກອບອີນເຕີແນັດ) 
      ການຄົ້ນຄວ້າອື່ນໆຂອງອົງການ Data 61 (ອົດສະຕາລີ) ພັດຖືວ່າ GDP ຂອງຫວຽດນາມ ອາດຈະເພີ່ມຂຶ້ນປະມານ 162 ຕື້ USD ຕື່ມອີກ ໃນເວລາ 20 ປີ, ຖ້າຫາກຫວຽດນາມ ຫັນປ່ຽນເປັນດີຈີຕອນສຳເລັດຜົນ. ສະນັ້ນ, ການພັດທະນາເສດຖະກິດດີຈີຕອນ ຈະເປີດກາລະໂອກາດເຕີບໂຕຢ່າງແຮງໃຫ້ແກ່ຫວຽດນາມ.
        ຢູ່ຫວຽດນາມ, ເສດຖະກິດດີຈີຕອນ ເລີ່ມພັດທະນານັບແຕ່ເມື່ອອິນເຕີເນັດ ເລີ່ມມີໜ້າຢູ່ຫວຽດນາມ. ເສດຖະກິດດີຈີຕອນ ຄ່ອຍໆໄດ້ຮັບການແຜ່ຂະຫຍາຍມີຢູ່ທົ່ວເຖິງ ເມື່ອຈຳນວນໂທລະສັບມືຖືບັນລຸລະດັບກວ່າ 50% ໃນທ້າຍຊຸມປີ 2000. ການປະກົດຕົວຂອງການປະຕິວັດອຸດສາຫະກຳ 4.0 ໃນຊຸມທ້າຍປີ 2010 ເຮັດໃຫ້ເສດຖະກິດດີຈີຕອນຖືກຍູ້ແຮງກວ່າອີກ. ໃນເວລາ 10 ຜ່ານມາ, ເສດຖະກິດດີຈີຕອນຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບທັງທາງດ້ານພື້ນຖານໂຄງລ່າງ ຕະຫຼອດຮອດຕະຫຼາດດຳເນີນທຸລະກິດ. ທ່ານ ດ່າວດິ່ງຂາ, ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຖືວ່າ.
        “ປະຈຸບັນພວກເຮົາເຫັນໄດ້ການປ່ຽນແປງຢ່າງໃຫຍ່ຫຼວງຂອງບັນດາວິສາຫະກິດອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານທີ່ພວມເຄື່ອນໄຫວ, ກໍ່ຄືບັນດາພື້ນຖານເສດຖະກິດທີ່ພວມເຄື່ອນໄຫວໃນພື້ນຖານເສດຖະກິດດີຈີຕອນ  ມີການປ່ຽນແປງຕາມທິດສຳຜັດຄືກ່ອນນີ້. ໃນພື້ນຖານເສດຖະກິດດີຈີຕອນຮຽກຮ້ອງຕ້ອງການ ການປະດິດຄິດສ້າງ, ການແກ່ງແຍ້ງ ແລະ ແບ່ງປັນ ເຊິ່ງໄດ້ຮັບການປະຕິບັດໂດຍອີງໃສ່ເຕັກໂນໂລຊີດີຈີຕອນ ຫຼື ບັນດາຮູບແບບ ແລະ ທັກສະກ່ຽວກັບເຕັກໂນໂລຊີດີຈີຕອນເປັນຕົ້ນ”.
        ການຄ້າເອເລັກໂຕນິກ, ເຊິ່ງແມ່ນໜຶ່ງໃນບັນດາພາກສ່ວນປະກອບສຳຄັນທີ່ສຸດຂອງເສດຖະກິດດີຈີຕອນຢູ່ຫວຽດນາມ, ສຳລັບດ້ານລາຍຮັບ ແລະ ຂອບຂະໜາດຕະຫຼາດ ໄດ້ຮັບການເຕີບໂຕຢ່າງກະໂດດຂັ້ນ. ປະຈຸບັນ, ຂອບຂະໜາດຂະແໜງການຄ້າເອເລັກໂຕນິກຫວຽດນາມ ຢູ່ໃນລະດັບ 5,2 ຕື້ USD. ປີ 2017, ມີ 21 ວິສາຫະກິດເລີ່ມທຸລະກິດໃນຂົງເຂດການຄ້າເອເລັກໂຕນິກຫວຽດນາມ ທີ່ໄດ້ຮັບການລົງທຶນຈາກຕ່າງປະເທດ, ດ້ວຍຍອດຈຳນວນທຶນແມ່ນຂຶ້ນເຖິງ 83 ລ້ານ USD, ສູງທີ່ສຸດໃນທຸກຂະແໜງອາຊີບທີ່ໄດ້ຮັບການລະດົມເງິນລົງທຶນ. ທ່າອ່ຽງໂຮມເຂົ້າກັນ ແລະ ຊື້ຄືນ (M&A) ລະຫວ່າງບັນດາວິສາຫະກິດການຄ້າເອເລັກໂຕນິກຢູ່ຫວຽດນາມ ກໍ່ໄດ້ຮັບການເຕີບໂຕນັບທັງທາງດ້ານມູນຄ່າ ແລະ ຈຳນວນການໂຮມເຂົ້າກັນ ແລະ ຊື້ຄືນ. ລະບົບຊີວະພາບເລີ່ມທຸລະກິດປ່ຽນແປງໃໝ່, ປະດິດຄິດສ້າງ ເລີ່ມປະກົດຕົວຢ່າງສົມບູນກວ່າ. ມີວິສາຫະກິດກວ່າ 3.000 ແຫ່ງເລີ່ມທຸລະກິດໄດ້ຮັບການສ້າງຕັ້ງພາຍໃນເວລາ 2 ປີຜ່ານມາ, ພ້ອມກັນນັ້ນມີ 40 ກອງທຶນລົງທຶນທີ່ມີຄວາມສ່ຽງ ແລະ  ເຄືອຂ່າຍລົງທຶນຈາກຜູ້ມີຄວາມສາມາດດ້ານທຶນ (Angel Investor). ຕາມຕົວເລກສະຖິຕິຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທັງໝົດ 78 ບໍລິສັດເຕັກໂນໂລຊີການເງິນ (fintech) ໄດ້ຮັບການສ້າງຕັ້ງຢູ່ຫວຽດນາມ. ບັນດາວິສາຫະກິດຂົນສົ່ງກໍ່ໄດ້ສະເໜີຕົວບັນດາໂປຼແກຼມເພື່ອແກ່ງແຍ້ງກັບ Grap, Uber. ອາດເວົ້າເຖິງບັນດາໂປຼແກຼມທີ່ມີຊື່ສຽງໃນຂົງເຂດດັ່ງກ່າວຄື: Fast Go, Be, VATO… ກ່ຽວກັບດ້ານການທ່ອງທ່ຽວ ກໍ່ມີການເຂົ້າຮ່ວມຂອງບັນດາ start – up ຫວຽດນາມ ຄື: Mytour, Luxstay… ທີ່ແກ່ງແຍ້ງກັບບັນດາໂປຼແກຼມໃຫຍ່ຄື: Booking, Agoda ຫຼື AirB&B ຂອງໂລກ. ກ່ຽວກັບການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ຫວຽດນາມ ໄດ້ປະຕິບັດສຳເລັດໂດຍພື້ນຖານການເຊື່ອມຕໍ່ບັນດາລະບົບຄຸ້ມຄອງເອກະສານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕະຫຼອດຮອດຫ້ອງວ່າການລັດຖະບານ, ເພີ່ມຂຶ້ນ 10 ຂັ້ນຕາມການຕີລາຄາຂອງສະຫະປະຊາຊາດ ກ່ຽວກັບລັດຖະບານເອເລັກໂຕນິກ. ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ, ເນັ້ນໜັກວ່າ.
        “ໄຕມາດທີ 4 ປີ 2019, ພວກຂ້າພະເຈົ້າຈະອະນຸມັດຜ່ານປະຕູຖານຂໍ້ມູນການບໍລິການສາທາລະນະ, ຕ້ອງປະຕິບັດທຳອິດແມ່ນການບໍລິການສາທາລະນະຈາກສູນກາງ ລົງຮອດທ້ອງຖິ່ນ ເພື່ອໃຫ້ມີບັນດາວຽກງານໃດເຊິ່ງປະຊາຊົນ ແລະ ວິສາຫະກິດມີຄວາມຕ້ອງການທີ່ສຸດແມ່ນຈະເຮັດກ່ອນ. ພວກເຮົາບໍ່ເຮັດພ້ອມກັນ, ແຕ່ຈະເຮັດ 1 ຫາ 2 ການບໍລິການທີ່ມີລັກສະນະຈຸດສຸມ ເພື່ອຖອດຖອນບົດຮຽນ. ເຖິງຢ່າງໃດກໍ່ຕາມ, ຕ້ອງມີລະຫັດສ່ວນຕົວ, ຖ້າຫາກບໍ່ມີລະຫັດສ່ວນຕົວ ພວກເຮົາຈະບໍ່ສາມາດປະຕິບັດບັນຫາແບ່ງປັນການເຊື່ອມຕໍ່ຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນໄດ້”.
        ເບິ່ງລວມແລ້ວ, ເສດຖະກິດດີຈີຕອນ ໃນໄລຍະຜ່ານມາແມ່ນພັດທະນາຢ່າງໄວໂດຍພື້ນຖານ. ສິ່ງດັ່ງກ່າວແມ່ນຍ້ອນຫວຽດນາມ ມີພື້ນຖານໂຄມລະຄົມມະນາຄົມ - ເຕັກໂນໂລຊີ ດີພໍສົມຄວນ, ກະຈາຍຄື້ນສັນຍາກວ້າງທົ່ວທຸກບ່ອນ ດ້ວຍຈຳນວນຜູ້ນຳໃຊ້ຢ່າງຫຼວງຫຼາຍ. ຍັງມີສາຍເຫດສຳຄັນອື່ນໆອີກນັ້ນແມ່ນ, ຊາວຫວຽດນາມ ມີຄວາມເມົາມົວນຳເຕັກໂນໂລຊີ, ນຳໃຊ້ເຕັກໂນໂລຊີສູງ ຖືກຈັດຢູ່ໃນລະດັບສູງທີ່ສຸດຢູ່ພາກພື້ນ. ນອກນັ້ນ, ຈຳນວນພົນລະເມືອງໜຸ່ມຂອງຫວຽດນາມ ກໍ່ໄດ້ຮັບການບຳລຸງສ້າງເປັນຢ່າງດີ… ປະຈຸບັນແມ່ນຈຸດເວລາທີ່ຫວຽດນາມ ຕ້ອງມີການຊີ້ນຳນຳພາຢ່າງຖືກທິດ, ຕ້ອງມີຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງໃຫ້ເໝາະສົມກັບການກຳນົດທິດເສດຖະກິດດີຈີຕອນ. 
(ແຫຼ່ງຄັດຈາກ VOV)
 

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top