• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພັດທະນາການສອນພາສາໄທ ແລະ ວັດທະນະທຳໄທຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ

      ໂດຍແມ່ນ 1 ໃນ 5 ມະຫາວິທະຍາໄລທີີ່ມີມູນເຊື້ອມາແຕ່ດົນນານ ຈຳນວນ 5 ແຫ່ງແລະ ມີອິດທີ່ພົນຊື່ງສຽງໃນການສອນພາສາຕ່າງປະເທດຢູ່ຮ່າໂນ້ຍນັ້ນ, ກ່ອນນີ້ 19 ປີ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ໄດ້ນຳພາສາໄທເຂົ້າສິດສອນຄືພາສາຕ່າງປະເທດທີ 2 ຢູ່ໂຮງຮຽນແຫ່ງນີ້. ມາຮອດປະຈຸບັນ, ນອກຈາກການສອນ 9 ພາສາຕ່າງປະເທດກ່ຽວກັບວິຊາສະເພາະແລ້ວ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ຍັງໄດ້ສ້າງຕັ້ງໜ່ວຍວິຊາພາສາຕ່າງປະເທດ ແລະ ວັດທະນະທຳອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ, ພາສາ ໄທແມ່ນຫຼັກແຫຼ່ງ ເພື່ອແນໃສ່ຊຸກຍູ້ການສອນພາສາໄທ ແລະ ເຜີຍແຜ່ວັດທະນະທຳໄທໃຫ້ແກ່ຄົນຫວຽດ.

ການແຂ່ງຂັນບັນລະຍາຍຂອງ ທູຮ່າ ກ່ຽນກັບຫົວເລື່ອງຕະຫຼາດນ້ຳ (ພາບ: Minh Ly)
      ການບັນລະຍາຍດ້ວຍພາສາໄທ ກ່ຽວກັບຫົວເລື່ອງ “ຕະຫຼາດນ້ຳ” ຂອງເພື່ອນທູຮ່າ ນັກສຶກສາປີທີ 3, ວິຊາພາສາອັງກິດ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) . ແມ່ນການເຄື່ອນໄຫວນອນໃນຂອບເຂດວັນບຸນພາສາໄທ– ULIS Thailand Day 2020 ຊື່ງໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ຮຽນພາສາໄທ ແລະ ນັກສຶກສາໄທຫຼາຍຄົນທີ່ພວມຮ່ຳຮຽນ ແລະ ຝຶກຫັດຢູ່ໂຮງຮຽນແຫ່ງນີ້.
    ນັບແຕ່ປີ 2001, ໄລຍະເລີ່ມຕົ້ນໄດ້ນຳພາສາໄທເຂົ້າມາສິດສອນຢູ່ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ມີນັກສຶກສາພຽງ 30 ຄົນຈົດທະບຽນເຂົ້າຮຽນເທົ່ານັ້ນ. ແຕ່ເຖິງແນວນນັ້ນກໍ່ຕາມ, ໃນຊຸມປີມໍ່ໆມານີ້, ຈຳນວນນັກສຶກສາໄດ້ເພີ່ມຂຶ້ນທົບ 3 ເທົ່າແລ້ວ ດ້ວຍຈຳນວນນັກສຶກສາທັງໝົດແມ່ນ 100 ຄົນ/ສົກຮຽນ. ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ພວມປຶກສາຫາລື ແລະ ຈະເຊັນສັນຍາຮ່ວມມືກັບມະຫາວິທະຍາໄລບາງແຫ່ງຂອງໄທຄື: ມະຫາວິທະຍາໄລ ສີລະປະກອນ, ມະຫາວິທະຍາໄລມະຫາສາຣະຄາມ ແລະ ມະຫາວິທະຍາໄລ ຂອນແກ່ນ. ປະຈຸບັນ, ທາງໂຮງຮຽນພວມຮັບນັກສຶກສາໄທ ຈາກບັນດາໂຮງຮຽນເຫຼົ່ານັ້ນມາຝຶກຫັດໃນເວລາ 4 ເດືອນ. ສ່ວນສຳລັບນັກສຶກສາຫວຽດນາມ ທີ່ພວມຮຽນພາສາໄທ ຂອງມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ແລ້ວ, ພວກນ້ອງຈະມີໂອກາດຮັບທຶນສຶກສາຈາກກະຊວງການຕ່າງປະເທດໄທ ເພື່ອໄປຮຽນພາສາໄທ ໃນເວລາ 1 ເດືອນຢູ່ ມະຫາວິທະຍາໄລ ສິຣິມະຄະຣິນວິໂລດ, ທ່ານປະລິຍາໂທ ນາງ ຫງວຽນທິເວິນຈີ ຫົວໜ້າໜ່ວຍວິຊາພາສາຕ່າງປະເທດ ແລະ ວັດທະນະທຳອາຊີຕາເວັນອອກສ່ຽງໃຕ້, ຮັບຜິດຊອບພາໄສໄທ ໃຫ້ຮູ້ວ່າ: ເຖິງວ່າ ໄດ້ຮຽນພາສາໄທຄືດັ່ງພາສາຕ່າງປະເທດທີ 2 ເທົ່ານັ້ນ, ແຕ່ນັກສຶກສາຫຼາຍຄົນ ກໍ່ສາມາດໃຊ້ພາສາໄທໄດ້ເປັນຢ່າງດີ. ພາຍຫຼັງຮຽນຈົບ, ນັກສຶກສາຂອງມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS)  ຫຼາຍຄົນກໍ່ເລືອກເອົາເຮັດວຽກງານທີ່ກ່ຽວຂ້ອງເຖິງພາສາໄທຄື: ເຮັດວຽກຢູ່ສະຖານທູດໄທ ປະຈຳຫວຽດນາມ ຫລືກົງສູນໃຫ່ຍແຫ່ງລາຊະອານາຈັກໄທ ປະຈະນະຄອນໂຮ່ຈິມິນ, ເຮັດວຽກໃນບັນດາບໍລິສັດຂອງໄທ ຫລືສອນພາສາຫວຽດ ຢູ່ບັນດາມະຫາວິທະຍາໄລຂອງໄທ… ທ່ານນາງຈີ ເວົ້າວ່າ:
  ຄະນະອະທິການບໍດີໂຮງຮຽນ ໄດ້ກຳນົດສ້າງຕັ້ງໜ່ວຍວິຊາອາຊີຕາເວັນອອກສ່ຽງໃຕ້ຢ່າງເປັນທາງການ, ໃນນັ້ນໄດ້ສິດສອນທັງພາສາໄທ, ລາວ. ນອກຈາກນັ້ນແລ້ວ, ແຕ່ລະປີ, ສະຖານທູດໄທປະຈຳຫວຽດນາມ ກໍ່ມີການໜູນຊ່ວຍຫຼາຍຢ່າງໃຫ້ແກ່ໂຮງຮຽນ. ໃນບັນດາການເຄື່ອນໄຫວໂດຍສະຖານທູດຈັດຕັ້ງຂຶ້ນຄືການແຂ່ງຂັນບັນລະຍາຍດ້ວຍພາສາໄທ ຫລືວັນ ວັນບຸນ Thailand festival ຊື່ງນັກສຶກສາໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ທ່ານນາງ ມໍລະກົດ ຈັນມະຖຸກອນ ອັກຄະລັດຖະທູດ ສະຖານທູດໄທ ປະຈຳຮ່າໂນ້ຍມອບລາງວັນທີ 1
ການແຂ່ງຂັນບັນລະຍາຍໃຫ້ແກ່ນັກສຶກສາ ULIS (ພາບ: Minh Ly)
      ສ່ວນສະຖານທູດໄທ ປະຈຳຮ່າໂນ້ຍ ກໍ່ໄດ້ຮັບຮູ້ ແລະ ຍາມໃດກໍ່ໜູນຊ່ວຍການຮຽນການສອນພາສາໄທຂອງມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS).    ຮອງສາດສະດາຈານ ປະລິນຍາເອກ ເລິມກວາງດົງ ຮອງອະທິການບໍດີ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ໃຫ້ຮູ້ວ່າ: ໄທ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມຂອງຫວຽດນາມ ໃນອາຊຽນ ຊື່ງມີວັດທະນະທຳພິເສດສະເພາະ, ເສດຖະກິດພັດທະນາ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ຫວຽດນາມ ສາມາດຮຽນຮູ້ໄດ້. ສະນັ້ນ, ທາງໂຮງຮຽນຄາດວ່າຈະມີທິດທາງໃນການພັດທະນາພາສາໄທ ເປັນສໂຄງການສອນວິຊາສະເພາະ, ໝາຍຄວາມວ່າເປັນພາສາຕ່າງປະເທດທີ 1 ໃຫ້ແກ່ນັກສຶກສາ. ຄາດວ່າ ໃນ 5 ປີທີ່ຈະມາເຖິງ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ຈະກາຍເປັນໜຶ່ງໃນບັນດາຫົວໜ່ວຍສອນພາສາໄທ ແລະ ວັດທະນະທຳໄທແຫ່ງທຳອິດຢູ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top