• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຜັນແປຢ່າງສັບສົນຂອງໂລກລະບາດ Covid-19 ໃນໂລກສືບຕໍ່ເພີ່ມຂຶ້ນ

      ຕາມຂໍ້ມູນຕົວເລກເຊິ່ງ Bloomberg ເກັບກຳ, ຍອດຈຳນວນຜູ້ຕິດເຊື້ອ Covid-19 ຢູ່ເອີຣົບ ໄລ່ຮອດຕອນເຊົ້າວັນທີ 19 ມີນາມີກ່ວາ 85.000 ຄົນ, ລື່ນກາຍຕົວເລກເກືອບ 80.900 ຄົນຕິດເຊື້ອຂອງຈີນ. 
            ດ້ວຍກ່ວາ 4000 ຄົນເສຍຊີວິດ, ຈຳນວນຜູ້ເສຍຊີວິດຢູ່ເອີຣົບກໍ່ລື່ນກາຍຕົວເລກ 3.200 ຄົນທີ່ເສຍຊີວິດຢູ່ຈີນ. ໃນນັ້ນ, ປະເທດອີຕາລີແມ່ນປະເທດທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນ 2.978 ຄົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນວັນທີ 18 ມີນາ, ອີຕາລີມີ 475 ຄົນເສຍຊີວິດຍ້ອນເຊື້ອພະຍາດດັ່ງກ່າວ.

ການຜັນແປຢ່າງສັບສົນຂອງໂລກລະບາດ Covid-19 ໃນໂລກສືບຕໍ່ເພີ່ມຂຶ້ນ (ພາບ: Reuters/TTXVN)
      ຢູ່ເອີຣົບ, ບັນດາໂຮງຮຽນລ້ວນແຕ່ໃຫ້ນັກຮຽນພັກຮຽນ, ສະຖານທີ່ຫລາຍແຫ່ງຖືກປິດລ້ອມ, ບັນດາການເຄື່ອນໄຫວດຳເນີນທຸລະກິດທີ່ບໍ່ມີຄວາມຈຳເປັນຄື: ໂຮງສາຍຮູບເງົາ, ຫ້ອງອອກກຳລັງກາຍ, ບັນດາຮ້ານ bar ແລະຮ້ານອາຫານກໍ່ໄດ້ປິດປະຕູ.
        ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຮຽກຮ້ອງໃຫ້ປະຊາຊົນເຢຍລະມັນ ຄວນເຄົາລົບບັນດາຂໍ້ກຳນົດການປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງເຄັ່ງຄັດແລະເອີ້ນໂລກລະບາດ Covid-19 ແມ່ນສິ່ງທ້າທາຍໃຫຍ່ສຸດຂອງປະເທດນີ້ນັບແຕ່ສົງຄາມໂລກຄັ້ງທີ 2 ມານີ້.
        ຢູ່ອັງກິດ, ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຮູ້ວ່າ: ບັນດາໂຮງຮຽນຈະໃຫ້ນັກຮຽນພັກຮຽນເລີ່ມແຕ່ວັນທີ 20 ມີນາ. ທ່ານ Boris Johnson ອາດຈະປະກາດໃຊ້ບັນດາມາດຕະການຄວບຄຸມຢ່າງເຄັ່ງຄັດກ່ວາຢູ່ລອນດອນເມື່ອອັດຕາຜູ້ຕິດເຊື້ອໄວຣັດ SARS-CoV-2 ຢູ່ອັງກິດໄດ້ເພີ່ມຂຶ້ນ 35% ແມ່ນມີ 2.626 ຄົນຕິດເຊື້ອດັ່ງກ່າວ.
        ໃນຂະນະນັ້ນ, ຢູ່ທະວີບອາເມລິກາ, ປະເທດອາເມລິກາແລະການາດາກໍ່ປະກາດປິດປະຕູດ່ານຊາຍແດນລວມຊົ່ວຄາວ.
        ອົດສະຕາລີກໍ່ປະກາດພາວະສຸກເສີນແລະປິດປະຕູຊາຍແດນຂອງລັດ Tasmania, ເຊິ່ງກາຍເປັນລັດມີນະໂຍບາຍຄວບຄຸມຊາຍແດນຢ່າງ ເຄັ່ງຄັດທີ່ສຸດຢູ່ປະເທດນີ້.
        ກົງກັນຂ້າມກັບເອີຣົບ, ໂລກລະບາດ Covid-19 ຢູ່ຈີນສືບຕໍ່ມີສັນຍານ ຫລຸດລົງ. ໃນການລາຍງານໃນຕອນເຊົ້າວັນທີ 19 ມີນາ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຮູ້ວ່າ: ວັນທີ 18 ມີນາ, ຈີນເປັນຄັ້ງທຳອິດທີ່ບໍ່ກວດພົບເຫັນຜູ້ຕິດເຊື້ອໃໝ່ນັບແຕ່ເມື່ອໂລກພະຍາດ Covid-19 ລະບາດໃນເດືອນມັງກອນປີ 2020.
 (ແຫຼ່ງຄັດຈາກ VOV)
 

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

ມີທັງໝົດ 134 ປະເທດໄດ້ຜະລິດ 70% ຈຳນວນທັນຍາຫານໃນທົ່ວໂລກ ໄດ້ເຊັ່ນຖະແຫຼງການຮ່ວມເນັ້ນໜັກການບຸລິມະສິດ ພັດທະນາລະບົບທັນຍາຫານ, ສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແລະ ປັບຕົວກັບການປ່ຽນແປງຂອງດິນຟ້າ ອາກາດ.

Top