• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ

ໄລ່ຮອດຕອນເຊົ້າວັນທີ 22 ພຶດສະພາ, ເປັນມື້ທີ 36 ເຊິ່ງ ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ 19 ໃນຊຸມຊົນ. ປະຈຸບັນ, ມີ 15.000 ກໍລະນີພວມຖືກແຍກຕົວ.


 ອາເມລິກາ ຍັງແມ່ນປະເທດມີຫຼາຍກໍລະນີຕິດໂລກລະບາດຫຼາຍທີ່ສຸດ

(ພາບ: THX/TTXVN)


ໃນຂະນະນັ້ນ, ຈຳນວນກໍລະນີຕິດໂລກລະບາດໃນທົ່ວໂລກໄດ້ຂຶ້ນເຖິງ 5.189.488 ກໍລະນີ. ອາເມລິກາ ຍັງແມ່ນປະເທດມີຫຼາຍກໍລະນີຕິດໂລກລະບາດຫຼາຍທີ່ສຸດແມ່ນ 1.620.767 ກໍລະນີ.

        ຢູ່ຈີນ, ວັນທີ 22 ພຶດສະພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດໃຫ້ຮູ້ວ່າ, ໄດ້ຮັບຂໍ້ມູນຂ່າວກ່ຽວກັບ 4 ກໍລະນີຕິດໂລກລະບາດໃໝ່ໃນວັນທີ 21 ພຶດສະພາ, ໃນນັ້ນມີ 2 ກໍລະນີແມ່ນມາຈາກຕ່າງປະເທດ ແລະ ພວມຢູ່ແຂວງ ຊືຈວານ. ອີກ 2 ກໍລະນີແມ່ນຕິດແປດຢູ່ພາຍໃນປະເທດແມ່ນຢູ່ແຂວງ ຈີແຫຼນ.

        ວັນທີ 21 ພຶດສະພາ, ກະຊວງການຕ່າງປະເທດສິງກະໂປ ໄດ້ກວດພົບ 448 ກໍລະນີຕິດໂລກລະບາດໃໝ່, ບໍ່ມີກໍລະນີມາຈາກຕ່າງປະເທດ, ຍົກຈຳນວນກໍລະນີຕິດໂລກລະບາດຂຶ້ນເປັນ 29.812 ກໍລະນີ.

        ໃນວັນທີ 21 ພຶດສະພາ, ອາຟະລິກາ ໄດ້ຮັບຮູ້ວ່າ ມີ 95.000 ກໍລະນີຕິດໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top