• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປ່ອນບັດໄວ້ວາງໃຈ: ຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດ

ເລື່ອງຮັບເອົາບັດໄວ້ວາງໃຈກໍ່ແມ່ນການຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດ, ສ້າງກຳລັງໜູນໃຫ້ແກ່ປະເທດຊາດພັດທະນາ.
ບັນດາການນຳພັກ, ລັດປ່ອນບັດໄວ້ວາງໃຈ (ພາບ: quochoi.vn)

ວັນທີ 25 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສຳເລັດການປ່ອນບັດໄວ້ວາງໃຈສຳລັບ 44 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ນີ້ແມ່ນຮູບແບບຕິດຕາມກວດກາທີ່ສຳຄັນ, ຊີ້ໃຫ້ເຫັນການຕີລາຄາຂອງສະພາແຫ່ງຊາດຕໍ່ໝາກຜົນວຽກງານນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ ສຳລັບບັນດາຕຳແໜ່ງທີ່ໄດ້ຮັບບັດໄວ້ວາງໃຈ. ສຳຄັນກວ່າແມ່ນ, ເລື່ອງຮັບເອົາບັດໄວ້ວາງໃຈກໍ່ແມ່ນການຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດ, ສ້າງກຳລັງໜູນໃຫ້ແກ່ປະເທດຊາດພັດທະນາ.

ນີ້ແມ່ນເທື່ອທີ 4, ສະພາແຫ່ງຊາດໄດ້ດຳເນີນການປ່ອນບັດໄວ້ວາງໃຈ. ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ດຳເນີນການປ່ອນບັດໄວ້ວາງໃຈບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຍາບັນໃນປີ 2013, 2014 ແລະ 2018.

ການເຄື່ອນໄຫວສຳຄັນຂອງວຽກງານພະນັກງານ

ການປ່ອນບັດໄວ້ວາງໃຈສຳລັບຕຳແໜ່ງ, ຕຳແໜ່ງການນຳ, ຄຸ້ມຄອງໃນລະບົບການເມືອງ ແມ່ນເນື້ອໃນສຳຄັນໃນວຽກງານພະນັກງານທີ່ໄດ້ດຳເນີນປະຈຳໄລຍະ. ໝາກຜົນຂອງການປ່ອນບັດໄວ້ວາງໃຈໄດ້ໃຊ້ເພື່ອຕີລາຄາພະນັກງານ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸກທີ XV, ການບ່ອນບັດໄວ້ວາງໃຈກໍ່ບໍ່ຢູ່ນອກເໜືອຈາກເປົ້າໝາຍນັ້ນ. ນີ້ແມ່ນສະໄໝປະຊຸມທຳອິດທີ່ການປ່ອນບັດໄວ້ວາງໃຈໄດ້ນຳໃຊ້ຕາມມະຕິເລກທີ 96 ໂດຍສະພາແຫ່ງຊາດຮັບຮອງເອົາເມື່ອເດືອນ ມິຖຸນາ 2023. ຈຸດສຳຄັນຂອງມະຕິສະບັບນີ້ແມ່ນກຳນົດແຈ້ງຜົນສະທ້ອນຂອງ ການປ່ອນບັດໄວ້ວາງໃຈ. ຕາມນັ້ນແລ້ວ, ບັນດາຜູ້ໄດ້ຮັບບັດໄວ້ວາງໃຈ 50% ຫາຕ່ຳກວ່າ 2/3 ຈຳນວນບັດຕີລາຄາ “ໄວ້ວາງໃຈຕ່ຳ” ແມ່ນສາມາດຂໍລະອອກຈາກຕຳແໜ່ງ. ໃນກໍລະນີບໍ່ຂໍລາອອກຈາກຕຳແໜ່ງ ຄະນະປະຈຳສະພາແຫ່ງຊາດຈະຍື່ນສະເໜີຕໍ່ສະພາແຫ່ງຊາດດຳເນີນການປ່ອນບັດໄວ້ວາງໃຈທີ່ກອງປະຊຸມນັ້ນ ຫຼື ສະໄໝປະຊຸມຖັກໄປໃກ້ທີ່ສຸດ.

ໃນກໍລະນີຜູ້ຮັບບັດໄວ້ວາງໃຈທີ່ມີຈຳນວນບັດຕີລາຄາ “ໄວ້ວາງໃຈຕ່ຳ” ແຕ່ 2/3 ຂອງບັດທັງໝົດຂຶ້ນໄປນັ້ນ, ອົງການ ຫຼື ຜູ້ມີສິດແນະນຳຜູ້ນັ້ນເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ, ມີໜ້າທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດດຳເນີນການພົ້ນຕຳແໜ່ງ ຫຼື ໃຫ້ສັດຕະຍາບັນພົ້ນຕຳແໜ່ງທີ່ສະໄໝປະຊຸມນັ້ນ ຫຼື ໃນສະໄໝປະຊຸມຖັດໄປໃກ້ທີ່ສຸດ.

ໝາກຜົນຂອງການຮັບບັດໄວ້ວາງໃຈໄດ້ປະກາດວັນທີ 25 ຕຸລາ ຊີ້ໃຫ້ເຫັນວ່າ, ທັງ 44 ຕຳແໜ່ງໄດ້ປ່ອນບັດໄວ້ວາງໃຈ “ຜ່ານ” ການກວດກາສຳຄັນນີ້ ດ້ວຍຈຳນວນບັດ “ໄວ້ວາງໃຈສູງ” ຢ່າງຂາດຂັ້ນ. ເລື່ອງຕີລາຄາດ້ວຍວິທີປ່ອນບັດລັບນີ້ໄດ້ຮັບປະກັນຄວາມທ່ຽງທຳ, ພາວະວິໄສໃນວຽກງານຕີລາຄາພະນັກງານ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຖືວ່າ:

“ນີ້ແມ່ນໝາກຜົນຂອງວິວັດການກະກຽມຢ່າງຮີບດ່ວນ, ແຕ່ມີຄວາມລະມັດລະວັງ, ເຂັ້ມງວດ, ມີຄວາມຮັບຜິດຊອບສູງຂອງຄະນະປະຈຳສະພາແຫ່ງຊາດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ບັນດາຜູ້ທີ່ໄດ້ຮັບບັດໄວ້ວາງໃຈ. ສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບສູງຮັບຮອງເອົາມະຕິຢັ້ງຢືນໝາກຜົນການປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ”.

ຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດ

ພາຍໃຕ້ແງ່ມູນຄຸ້ມຄອງລັດ, ໝາກຜົນການປ່ອນບັດໄວ້ວາງໃຈໃນວັນທີ 25 ຕຸລາ ສະແດງໃຫ້ເຫັນການຮັບຮູ້, ຕີລາຄາຂອງສະພາແຫ່ງຊາດສຳລັບບັນດາຄວາມມານະພະຍາຍາມ ແລະ ໝາກຜົນວຽກງານນັບແຕ່ຕົ້ນອາຍຸການມາຮອດປະຈຸບັນສຳລັບ 44 ຕຳແໜ່ງທີ່ໄດ້ປ່ອນບັດໄວ້ວາງໃຈ.

ສະນັ້ນ, ເລື່ອງຮັບເອົາບັດໄວ້ວາງໃຈບໍ່ພຽງແຕ່ແມ່ນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດເທົ່ານັ້ນ, ຫາກເມື່ອມອງເຫັນທີ່ກວ້າງກວ່າ ການເຄື່ອນໄຫວນີ້ຍັງປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດ. ທ່ານນາງ ຫງວຽນທິຊິວ, ຄະນະສະມາຊິກສະພາແຫ່ງຊາດແຂວງ ເທື່ອທຽນເຫວ, ຖືວ່າ:

“ນີ້ແມ່ນການສັງເກດຢ່າງຮອບດ້ານ, ພາວະວິໄສກ່ຽວກັບຄຸນນະພາບໜ້າທີ່ຮັບຜິດຊອບ, ກຳລັງຄວາມສາມາດຊີ້ນຳ, ບໍລິຫານສຳລັບບັນດາຕຳແໜ່ງທີ່ໄດ້ປ່ອນບັດໄວ້ວາງໃຈ. ສະນັ້ນ, ແນ່ນອນວ່າ ຈະມີການຫັນປ່ຽນຢ່າງຕັ້ງໜ້າ, ວ່ອງໄວກວ່າ, ຮອບດ້ານກວ່າໃນການເຄື່ອນໄຫວຂອງຜູ້ດຳລົງຕຳແໜ່ງ”.

ການປ່ອນບັດໄວ້ວາງໃຈກາງສະໄໝຄັ້ງນີ້ ແມ່ນວິທີທົດສອບຄວາມສາມາດທຳອິດ ເພື່ອຕີລາຄາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາກະຊວງ, ຂະແໜງການ, ກໍແມ່ນວິທີເພື່ອກຳນົດຮູບແບບ ຫຼື ດັດປັບແຜນການໃນໄລຍະສຸດທ້າຍ, ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກໃຫ້ທັງອາຍຸການ. ໝາກຜົນການປ່ອນບັດສືບຕໍ່ແມ່ນໜຶ່ງໃນບັນດາຜົນສຳເລັດເພື່ອຊ່ວຍໃຫ້ການເຄື່ອນໄຫວຂອງກົງຈັກລັດມີບາດກ້າວພັດທະນາໃໝ່ໃນໄລຍະທີ່ຍັງເຫຼືອຂອງອາຍຸການ, ກໍ່ແມ່ນບົດຮຽນໃຫ້ແກ່ວຽກງານພະນັກງານໃຫ້ແກ່ຊຸດຕໍ່ໆໄປ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top