• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປັບປຸງການພົວພັນລະຫວ່າງ ອາເມລິກາ - ຈີນ ແມ່ນຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸ

      ວັນທີ 18 ມີນາ, ບັນດາເຈົ້າໜ້າທີ່ການທູດແຖວໜ້າຂອງ ອາເມລິກາ ແລະ ຈີນ ໄດ້ມີການພົບປະສອງຝ່າຍຄັ້ງທຳອິດ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ ອາເມລິກາ Joe Biden. ເຖິງວ່າສອງຝ່າຍ ຕ່າງກໍສະແດງໃຫ້ເຫັນວ່າ ມີເຈດຕະນາດີ ແຕ່ຄວາມແຕກຕ່າງກັນແມ່ນຍັງໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ຍາກທີ່ຈະບັນລຸບາດກ້າວບຸກທະລຸໃນການພົວພັນລະຫວ່າງສອງປະເທດມະຫາອຳນາດຈາກການພົບປະຄັ້ງນີ້.
        ວັນທີ 18 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານ Jake Sullivan  ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ມີການພົບປະກັບທ່ານ ຢ໊າງເຈຍຊື - ນັກການທູດແຖວໜ້າຂອງ ຈີນ  ແລະ ທ່ານ ຫວາງອີ໊ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢູ່ Alaska. ການພົບປະດັ່ງກ່າວຖືກດຳເນີນໃນສະພາບການທີ່ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຍັງສືບຕໍ່ຢູ່ໃນສະພາບທີ່ເຄັ່ງຕຶງໃນຫຼາຍດ້ານ, ຈາກບັນດາບັນຫາລະອຽດອ່ອນ ຄື ຊິນຈຽງ, ຮົ່ງກົງ (ຈີນ) ຕະຫຼອດຮອດບັນຫາຄວາມໝັ້ນຄົງໃນການເດີນເຮືອ ແລະ ນະໂຍບາຍເສດຖະກິດ.
ການເຈລະຈາຍຸດທະສາດ ຫຼື ພຽງແຕ່ແມ່ນການພົບປະໃນເບື້ອງຕົ້ນ?
        ກ່ອນອື່ນໝົດ, ຈົ່ງສັງເກດແບບວິທີເຊິ່ງສອງຝ່າຍພັນລະນາກ່ຽວກັບການພົບປະດັ່ງກ່າວ. ໃນຂະນະທີ່ບັນດາເຈົ້າໜ້າທີ່ ຈີນ ເອີ້ນການປຶກສາຫາລືຢູ່ Alaska ແມ່ນ “ການເຈລະຈາຍຸດທະສາດ”ນັ້ນ, ທາງຝ່າຍ ອາເມລິກາ ຖືວ່າ ນີ້ພຽງແຕ່ແມ່ນການພົບປະໃນເບື້ອງຕົ້ນ ເພື່ອກຳໄດ້ບັນດາຄວາມສົນໃຈ, ແນວຄວາມຄິດ ແລະ ບຸລິມະສິດຂອງທັງສອງຝ່າຍເທົ່ານັ້ນ, ພ້ອມທັງຢັ້ງຢືນວ່າ ສອງຝ່າຍ ຈະບໍ່ຍົກອອກຖະແຫຼງການຮ່ວມໃດໆ ພາຍຫຼັງການພົບປະດັ່ງກ່າວ.
ການພົບປະສອງຝ່າຍຄັ້ງທຳອິດ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ:  Reuters)
              “ຍາກທີ່ຈະຊອກຫາໄດ້ວິທີ ເພື່ອໃຫ້ ອາເມລິກາ ແລະ ຈີນ ເລີ່ມການພົວພັນຄືນໃໝ່ຢ່າງສຳເລັດຜົນ” ແມ່ນຂໍ້ໃຫ້ສັງເກດຂອງບັນດານັກສັງເກດການ ເພາະວ່າ ວໍຊິງຕັນ ແລະ ປັກກິ່ງ ມີຄວາມບໍ່ລົງລອຍກັນເລິກເຊິ່ງຫຼາຍຢ່າງ ຈົນເຖິງຂັ້ນທີ່ຄວາມອາດສາມາດຈະບັນລຸໄດ້ຂໍ້ຕົກລົງ ເພື່ອປ່ຽນໃໝ່ສະພາບການ ເບິ່ງຄືວ່າຈະບໍ່ມີເລີຍ.
        ຕໍ່ຈາກນັ້ນ, ແມ່ນບັນດາສັນຍານກ່ຽວກັບບັນດາບັນຫາທີ່ຍາກປະນິປະນອມ, ເຊິ່ງສອງຝ່າຍໄດ້ສົ່ງສານກ່ອນດຳເນີນການພົບປະນັ້ນ ໄດ້ສະແດງໃຫ້ເຫັນວ່າ, ບໍ່ອາດຕັ້ງຄວາມຫວັງຕໍ່ການພົບປະຄັ້ງນີ້. ທີ່ການຖະແຫຼງຂ່າວປະຈຳປີຂອງກະຊວງການຕ່າງປະເທດ ຈີນ ທີ່ໄດ້ດຳເນີນກ່ອນການພົບປະດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນຫວາງອີ໊ ໄດ້ເຕື້ອງເຖິງບັນດາບັນຫາທີ່ຍາກຈະປະນິປະນອມນີ້, ໃນນັ້ນ ລວມທັງບັນຫາ ໄຕ້ຫວັນ, ທະເລຕາເວັນອອກ, ຊິນຈຽງ ແລະ ຮົ່ງກົງ. ວົງການເຈົ້າໜ້າທີ່ ອາເມລິກາ ຢັ້ງຢືນວ່າ ຈະເຂົ້າຮ່ວມການເຈລະຈາດ້ວຍທ່າທີທີ່ນັບມື້ນັບແຂງກະດ້າງກວ່າ. ໄປຄຽງຄູ່ກັນນັ້ນ, ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Joe Biden  ກໍພວມພະຍາຍາມປັບປຸງການພົວພັນກັບບັນດາສຳພັນທະມິດໃນ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ເພື່ອຈຳກັດຜົນສະທ້ອນຂອງ ຈີນ ໃນພາກພື້ນ.
        ກ່ອນການພົບປະໜຶ່ງວັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ຖະແຫຼງລົງໂທດເຈົ້າໜ້າທີ່ ຈີນ 24 ທ່ານ ທີ່ກ່ຽວຂ້ອງເຖິງການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ ເມື່ອຕົ້ນເດືອນນີ້ ຢູ່ ຮົ່ງກົງ. ວໍຊິງຕັນ ກ່າວຫາວ່າ ປັກກິ່ງ ທຳລາຍລະບົບເລືອກຕັ້ງຂອງ ຮົ່ງກົງ ຕາມລຳພັງຝ່າຍດຽວ. ເປັນທີ່ຈະແຈ້ງແລ້ວວ່າ, ນີ້ແມ່ນສັນຍານຂອງແຜນການກໍ່ຄວາມກົດດັນຕໍ່ ຈີນ ຂອງອຳນາດການປົກຄອງຄົນໃໝ່ຂອງ ອາເມລິກາ ກ່ຽວກັບບັນດາການກະທຳຂອງ ປັກກິ່ງ ເຊິ່ງ ວໍຊິງຕັນ ຖືວ່າ ລະເມີດບັນດາຫຼັກການ ແລະ ມາດຖານສາກົນ. ສ່ວນ ປັກກິ່ງ ຖືວ່າ ວໍຊິງຕັນ ພວມແຊກແຊງເຂົ້າບັນດາບັນຫາພາຍໃນຂອງຕົນ.
        ຕາມບັນດານັກສັງເກດການແລ້ວ, ໜຶ່ງໃນບັນດາບັນຫາລວມ ເຊິ່ງສອງຝ່າຍ ອາດຈະພ້ອມກັນປຶກສາຫາລືຢ່າງລະອຽດໃນການພົບປະຄັ້ງນີ້ ແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ.
        ບັນດາສັນຍານທີ່ບໍ່ຄ່ອຍປະເອີບໃຈ
        ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ພວມຢູ່ໃນສະພາບການທີ່ຊົ່ວຮ້າຍທີ່ສຸດໃນຫຼາຍປີຜ່ານມາ. ຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງໃນໄລຍະມໍ່ໆມານີ້, ໂດຍກ່ຽວຂ້ອງເຖິງດ້ານການຄ້າ, ການສືບລາຊະການລັບ ແລະ ໂລກລະບາດ.
        ໃນເວທີປາໄສ Lanting ທີ່ຖືກຈັດຂຶ້ນຢູ່ ປັກກິ່ງ ເມື່ອເດືອນ ກຸມພາ ປີ 2021, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ໊ ເຄີຍສະເໜີ 4 ຂໍ້ ເພື່ອແນໃສ່ນຳການພົວພັນລະຫວ່າງສອງປະເທດໃຫ້ກັບມາຖືກຕາມທິດ, ເຊິ່ງລວມມີ: ການເຄົາລົບເຊິ່ງກັນແລະກັນ, ບໍ່ແຊກແຊກເຂົ້າວຽກງານພາຍໃນຂອງກັນ; ເພີ່ມທະວີການເຈລະຈາ, ຄວບຄຸມການຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນໃຫ້ຖືກຕ້ອງກົມກຽວ; ມຸ່ງໄປຕາມທິດດຽວ, ເລີ່ມປະຕິບັດການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ຄືນໃໝ່, ລົບລ້າງບັນດາສິ່ງກີດຂວາງ, ຟື້ນຟູການພົບປະແລກປ່ຽນໃນຂົງເຂດຕ່າງໆລະຫວ່າງ ຈີນ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ຝ່າຍ ອາເມລິກາ ຍາມໃດກໍສະແດງທ່າທີ່ແຂງກະດ້າງກັບ ຈີນ.
        ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງ, ອາດເຫັນໄດ້ວ່າ ອາເມລິກາ ບໍ່ເຄີຍມີບາດກ້າວເດີນໃດ ທີ່ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງກ່ຽວກັບດ້ານການຄ້າ ຫຼື ເຕັກໂນໂລຢີ, ຊ້ຳບໍ່ໜຳ ຍັງກໍ່ຄວາມກົດດັນຫຼາຍຂຶ້ນຕື່ມ ໃນແນວໂຮມສິດທິມະນຸດ ທີ່ມີສ່ວນກ່ຽວຂ້ອງເຖິງບັນຫາ ຮົ່ງກົງ ແລະ ຊິນຈຽງ. ນີ້ກໍແມ່ນບັນດາສິ່ງກີດຂວາງໃຫຍ່ ໃນການປັບປຸງການພົວພັນລະຫວ່າງສອງຝ່າຍຄືນໃໝ່.
        ເຖິງວ່າການພົບປະສອງຝ່າຍພວມດຳເນີນໄປກໍຕາມ ແຕ່ບັນດາຄຳກ່າວປາໄສທີ່ຕຳໜິຕິຕຽນນະໂຍບາຍຂອງຄູ່ແຂ່ງໃນວາລະໄຂນັ້ນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນທີ່ມີຄວາມເຄັ່ງຕຶງຢ່າງແຮງລະຫວ່າງສອງຝ່າຍ. ການພົບປະລະຫວ່າງ ອາເມລິກ ແລະ ຈີນ ໃນຄັ້ງນີ້, ດ້ວຍການເລີ່ມຕົ້ນທີ່ບໍ່ຄ່ອຍສະດວກ, ພຽງແຕ່ແມ່ນການເລີ່ມຕົ້ນແກ່ບັນດາການເຈລະຈາສອງຝ່າຍໃນອະນາຄົດເທົ່ານັ້ນ ຫາກບໍ່ໄດ້ຍົກອອກມາດຕະການແທດຈິງໃດໆໃຫ້ແກ່ຄວາມເຄັ່ງຕຶງລະຫວ່າງສອງຝ່າຍໃນປັດຈຸບັນ./. 
(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top