• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະທະກັນ ຮາມາດ - ອິດສະຣາແອນ: ມີຄວາມສາມາດເຊື່ອມຕໍ່ການເຈລະຈາຢຸດຍິງ ແລະ ປ່ອຍຕົວປະກັນໃນອາທິດໜ້າ

ໃນຂະນະນັ້ນ, ອາເມລິກາ ກໍ່ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ປຶກສາຫາລືກັບລັດຖະມົນຕີຄະນະລັດຖະບານສົງຄາມ ອິດສະຣາແອນ ທ່ານ Benny Gantz, ກ່ຽວກັບບັນດາຄວາມມານະພະຍາຍາມໃໝ່ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ ແລະ ເປີດປະຕູດ່ານຊາຍແດນ Rafah ຄືນໃໝ່.
(ພາບປະກອບຈາກ ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 25 ພຶດສະພາ, ເຈົ້າໜ້າອິດສະຣາແອນ ທ່ານໜຶ່ງໃຫ້ຮູ້ວ່າ: ລັດຖະບານຂອງປະເທດນີ້ມີ “ເຈດຈຳນົງ” ເຊື່ອມຕໍ່ບັນດາການເຈລະຈາເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງປ່ອຍຕົວປະກັນຢູ່ເຂດ ກາຊາ “ໃນອາທິດໜ້າ”. ເຖິງວ່າເຈົ້າໜ້າທີ່ທ່ານນີ້ບໍ່ໃຫ້ຮູ້ລາຍລະອຽດ ກ່ຽວກັບເລື່ອງບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມຄືແນວໃດ ແຕ່ສື່ມວນຊົນ ອິດສະຣາແອນ ໄດ້ໃຫ້ຂ່າວວ່າ ໃນການພົບປະລະຫວ່າງເຈົ້າໜ້າທີ່ ອາເມລິກາ ແລະ ອິດສະຣາແອນ ຢູ່ ປາຣີ (ປະເທດ ຝລັ່ງ), ທ່ານ David Barnea, ຜູ້ນຳອົງການສືບລາຊະອາລັບ ອິດສະຣາແອນ (Mossa) ໄດ້ເຫັນດີເຫັນພ້ອມກັບບັນດາຄົນກາງໄກ່ເກ່ຍ, ເຊິ່ງລວມມີ: ຜູ້ອຳນວຍການ CIA Bill Burns ແລະ ທ່ານນາຍົກລັດຖະມົນຕີ ກາຕາ Mohammed bin Abdulrahman Al-Thani, ກ່ຽວກັບຂອບເຂດໃໝ່ໃຫ້ແກ່ການເຈລະຈາພວມຖືກໂຈະໄວ້.

ໃນຂະນະນັ້ນ, ອາເມລິກາ ກໍ່ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ປຶກສາຫາລືກັບລັດຖະມົນຕີຄະນະລັດຖະບານສົງຄາມ ອິດສະຣາແອນ ທ່ານ Benny Gantz, ກ່ຽວກັບບັນດາຄວາມມານະພະຍາຍາມໃໝ່ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ ແລະ ເປີດປະຕູດ່ານຊາຍແດນ Rafah ຄືນໃໝ່. ໃນເດືອນນີ້, ບັນດາການເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງປ່ອຍຕົວປະກັນ ແລະ ຢຸດຍິງຢູ່ ເຂດກາຊາ ຖືກໂຈະໄວ້ ພາຍຫຼັງ ອິດສະຣາແອນ ດຳເນີນບັນດາບັ້ນການທະຫານຢູ່ນະຄອນ Rafah ທາງທິດໃຕ້ຂອງເຂດດິນແດນແຫ່ງນີ້.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top