• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິວັດອຸດສາຫະກຳ 4.0 ແມ່ນໂອກາດປະຕິບັດຄວາມມຸ່ງຫວັງວັດທະນະຖາວອນຂອງຊາດ

      ຕອນເຊົ້າວັນທີ 05 ທັນວາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ - ງານວາງສະແດງສາກົນກ່ຽວກັບການພັດທະນາອຸດສາຫະກຳສະຫລາດ (Smart Industry World 2017).
 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ດ້ວຍຫົວຂໍ້ວ່າ “ສ້າງ ແລະ ພັດມະນາເປັນພື້ນຖານຜະລິດອຸດສາຫະກຳສະຫລາດໃນອະນາຄົດຮູບປະທຳ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ການປະຕິວັດອຸດສາຫະກຳ 4.0 ແມ່ນໂອກາດປະຕິບັດຄວາມມຸ່ງຫວັງວັດທະນາຖາວອນຂອງຊາດ, ພວກເຮົາບໍ່ອາດພາດໂອກາດນີ້ ແລະ ຄວນເປັນເຈົ້າການກຳແໜ້ນໂອກາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
        “ສຸມໃສ່ສ້າງສຳເລັດລະບອບລະບຽບການ, ກົນໄກ, ນະໂບບາຍ, ກົດໝາຍໃຫ້ການພັດທະນາພື້ນຖານເສດຖະກິດດີຈີຕອນ, ອຸດສາຫະກຳສະຫລາດ. ສ້າງຍຸດທະສາດສັງລວມກ່ຽວກັບການຫັນປ່ຽນດີຈີຕອນ ແລະ ພື້ນຖານຂໍ້ມູນລະດັບຊາດ ເປັນພື້ນຖານໃຫ້ການສ້າງຍຸດທະສາດ, ແຜນການຫັນປ່ຽນດີຈີຕອນໃນແຕ່ລະຂະແໜງ, ແຕ່ລະຂົງເຂດ. ສຸມໃສ່ລົງທຶນຫັນເປັນທັນສະໄໝຢ່າງຄົບຊຸດ, ເຊື່ອມຕໍ່ລະຫວ່າງລະບົບພື້ນຖານໂຄງລ່າງຂໍ້ມູນຂ່າວສານລະດັບຊາດ, ລວມມີ: ໂຄງລ່າງໂທລະຄົມມະນາຄົມ, ໂຄງລ່າງຂໍ້ມູນ, ໂຄງລ່າງຂໍ້ມູນຂ່າວສານ ແລະ ໂຄງລ່າງພູມປັນຍາ”.

ການປະຕິວັດອຸດສາຫະກຳ 4.0 ແມ່ນໂອກາດປະຕິບັດຄວາມມຸ່ງຫວັງວັດທະນະຖາວອນຂອງຊາດ
       ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຖືວ່າ: ຄວນພັດທະນາແຫຼ່ງຊັບພະຍາກອນມະນຸດຢ່າງວ່ອງໄວ ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງພື້ນຖານເສດຖະກິດດີຈີຕອນ. ບັນດາວິສາຫະກິດຕ້ອງມີວິໄສທັດ, ຄວາມໄຝ່ຝັນອອກສູ່ຕ່າງປະເທດ, ເຮັດໃຫ້ຜະລິດຕະພັນ ແລະ ການບໍລິການ “Made in Viet Nam” ມີທີ່ຕັ້ງສຳຄັນຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top