• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຊຸມຂ່າວປະກາດໝາກຜົນຂອງການເຈລະຈາຂັ້ນສູງຫວຽດນາມ - ຮູງກາຣີ


ປະ​ທານສ​ະ​ພາ​ແຫ່ງ​ຊາດ 2 ປະ​ເທ​ດ ທີ່​ການ​ປະ​ຊຸມ​ຂ່າວ
 
      ພາຍຫຼັງ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 10/4, ທ່ານ​ນາງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ Laszlo Kover  ​ໄດ້ພົບ​ປະ​ກັບ​ສື່ມວນ​ຊົນ, ປະ​ກາດ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ເລື່ອງ 2 ຝ່າຍ​ເຫັນ​ດີ​ໂດຍ​ຖື​ວ່າ ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປ​ະ​ເທດ​ຍັງບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ ແລະ ຄວາມ​ປາດ​ຖະ​ໜາ​ຂອງ 2 ຝ່າຍ​ເທື່ອ. ຈາກນັ້ນ, ໄດ້​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ຢ່າງ​ແຮງ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂ​ດ​ເຊິ່ງ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ແລະ ຮູງ​ກາ​ຣີ ມີ​ທ່າ​ແຮງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ:
        ພວກ​ຂ້າ​ພະ​ເຈົ້າ​ເປັນ​ເອ​ກະ​ພາບ​​ນຳກັນ​ຕີ​ລາ​ຄາ​ລວມ​ໃນ​ທ​ຸກໆ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຂອງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ມີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ເພື່ອ​ຊ​ຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ລົງ​ນາມ​ແລ້ວ. ພິ​ເສດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ ຍາມ​ໃດ​ກໍ່​ຈະ​ສ​ະ​ໜັບ​ສະ​ໜູນ, ທາບ​ທາມ​ຄວາມ​ເຫັນ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ລັດ​ຖະ​ສະ​ພາ​ສາ​ກົນ.
(ແຫຼ່ງຄັດຈາກ VOV)
                                                                                            

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top