• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະກອບສ່ວນຂອງຂະແໜງການຕ່າງປະເທດຫວຽດນາມ ເຂົ້າໄຊຊະນະປະຫວັດສາດລະດູບານໃໝ່ 1975

      ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ມີບົດຂຽນດ້ວຍຫົວຂໍ້ວ່າ: ການປະກອບສ່ວນຂອງຂະແໜງການຕ່າງປະເທດ ຫວຽດນາມ ເຂົ້າໄຊຊະນະປະຫວັດສາດລະດູບານໃໝ່ 1975”.

ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມສາກົນກ່ຽວກັບ ຫວຽດນາມ
ຢູ່ປາຣີ ເດືອນ 3/1973   (ພາບ – baoquocte.vn)
      ບົດຂຽນເນັ້ນໜັກວ່າ ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຂະແໜງການຕ່າງປະເທດບາມໃດກໍ່ມີການປະກອບສ່ວນສຳຄັນ. 45 ປີກ່ອນ, ໃນຍຸກສະໄໝໂຮ່ຈີມິນ, ໄຊຊະນະອັນສະຫງ່າລາສີຂອງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ແມ່ນການສົມທົບກັນຢ່າງແຫນ້ນແຟ້ນຂອງແນວຮົບການທະການ ແລະ ແນວຮົບການຕ່າງປະເທດ. ໃນຕະຫລອດໄລະຍະແຫ່ງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ຮຽນບ່າຮຽງໄຫຼ່ກັບບັນດາແນວຮົບການທະຫານ ແລະ ການເມືອງ, ການຕ່າງປະເທດມີການປະກອບສ່ວນສຳຄັນຫລາຍຢ່າງ, ປະກອບສ່ວນນຳປະເທດ ຫວຽດນາມ ຍາດໄດ້ໄຊຊະນະສຸດທ້າຍໃນວັນທີ 30 ເມສາ 1975. ບົດຂຽນຖືວ່າ: ໃນວັນນີ້, ພາລະກິດປ່ຽນແປງໃໝ່ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກ້ວາງຂວາງນັ້ນ ໄດ້ວາງອອກພາລະກຳປະຫວັດສາດໃໝ່ໃຫ້ຂະແໜງການຕ່າງປະເທດ ຫວຽດນາມ. ຍິ່ງກ່ວາເວລາໃດໝົດ, ການຕ່າງປະເທດ ຫວຽດນາມ ຄວນນຳໜ້າໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ດຶງດູດບັນດາແຫຼ່ງກຳລັງຈາກພາຍນອກ ເພື່ອພັດທະນາປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top